Tuesday, May 14, 2024
Homeຂ່າວໜ້າໜຶ່ງສະເຫຼີມສະຫຼອງ 70 ປີ ແຫ່ງວັນເຊັນສັນຍາເຊີແນວ

ສະເຫຼີມສະຫຼອງ 70 ປີ ແຫ່ງວັນເຊັນສັນຍາເຊີແນວ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 25 ເມສາ ຜ່ານມາ ຢູ່ ຮ່າໂນ້ຍ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ເປັນປະທານພິທີສະເຫຼີມສະຫຼອງ 70 ປີແຫ່ງວັນເຊັນສັນຍາເຊີແນວ ກ່ຽວກັບການຢຸດການສູ້ຮົບຢູ່ ຫວຽດນາມ (21/7/1954 – 21/7/2024). ພິທີໄດ້ດຳເນີນຕາມຮູບແບບທາງໄກ ແລະ ເຊິ່ງໜ້າ, ເຊື່ອມຕໍ່ກັບທຸກໆອົງການຕາງໜ້າຫວຽດນາມ ປະຈຳຕ່າງປະເທດ.

ຂ່າວລະບຸວ່າ: ກ່າວຄຳເຫັນໃນພິທີ, ທ່ານ ບຸຍແທັງເຊີນ ໄດ້ເນັ້ນໜັກວ່າ: ເອກະລາດ, ຄວາມເປັນເຈົ້າຕົນເອງ ແລະ ຜືນແຜ່ນດິນອັນຄົບຖ້ວນ ແມ່ນຫຼັກການສະເໝີຕົ້ນສະເໝີປາຍ, ລຸລ່ວງໃນປະຫວັດສາດແຫ່ງການສ້າງສາ, ສ້າງຄວາມເປັນເຈົ້າ ແລະ ໃນການປົກປັກຮັກສາປະເທດຊາດຂອງ ຊົນຊາດ ຫວຽດນາມ. ດ້ວຍສົນທິສັນຍາ ເຊີແນວ, ບັນດາສິດຊົນຊາດພື້ນຖານຂອງ ຫວຽດນາມ ແມ່ນເອກະລາດ, ມີອະທິປະໄຕ, ເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນ ໄດ້ຢັ້ງຢືນໃນຂໍ້ສັນຍາສາກົນ ດ້ວຍການລົງນາມ ແລະ ຍອມຮັບຈາກບັນດາປະເທດມະຫາອຳນາດ.

ໃນພິທີ, ທ່ານ ເຈິ່ນລິວກວາງ ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ເນັ້ນໜັກວ່າ: ດ້ວຍສັນຍາເຊີແນວ, ພວກເຮົາໄດ້ສະແດງໃຫ້ເຫັນຖານະບົດບາດ, ຄຸນທາດ ແລະ ສີສັນການຕ່າງປະເທດຫວຽດນາມ ທີ່ໄສແຈ້ງ ໃນຍຸກປະທານ ໂຮ່ຈິມິນ, ຢັ້ງຢືນຢ່າງແຂງແຮງໃນການຮັກຫອມສັນຕິພາບ, ເຄົາລົບນັບຖືຄວາມຍຸຕິທຳ ແລະ ຄວາມຖືກຕ້ອງ, ມີຈິດໃຈອົງອາດກ້າແກ່ນໃນການປົກປັກຮັກສາເອກະລາດ, ອະທິປະໄປ ແລະ ຜືນແຜ່ນດິນອັນຄົບຖ້ວນ, ພ້ອມແລ້ວທີ່ຈະຮ່ວມມືມິດຕະພາບກັບທຸກປະເທດ, ທຸກຊົນຊາດໃນໂລກ.

ທີ່ມາ: ໜັງສືພິມປະຊາຊົນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments