Wednesday, May 15, 2024
Homeຂ່າວພາຍໃນVietjet ຊຸກຍູ້ການເຊື່ອມຕໍ່ກັບ ກຸງໂຊລ ແລະ ໄທເປ ຈາກ ຟູກວັກ

Vietjet ຊຸກຍູ້ການເຊື່ອມຕໍ່ກັບ ກຸງໂຊລ ແລະ ໄທເປ ຈາກ ຟູກວັກ

  • ເພີ່ມບ່ອນນັ່ງຫຼາຍກວ່າ 86,000 ບ່ອນ ໃນຊ່ວງມື້ພັກຍາວທີ່ສຸດເປັນອັນດັບສອງຂອງຫວຽດນາມ

(ນະຄອນຫຼວງວຽງຈັນ, 24 ເມສາ 2024) – Vietjet ໃຫ້ຕົວເລືອກໃນການເດີນທາງ ດ້ວຍຮອບບິນເພີ່ມຂຶ້ນ ໃນເສັ້ນທາງໂດຍກົງຈາກ ເກາະສະຫວັນ ຟູກວັກ (Phu Quoc) ຫາ ໂຊລ (Seoul) ແລະ ໄທເປ (Taipei) ເນື່ອງຈາກຄວາມຕ້ອງການທ່ອງທ່ຽວໃນລະດູຮ້ອນທີ່ເພີ່ມຂຶ້ນ.

ເລີ່ມແຕ່ວັນທີ 13 ມິຖຸນາ ປີ 2024, Vietjet ຈະຍົກລະດັບຖ້ຽວບິນກົງ ລະຫວ່າງ Phu Quoc ຫາ Seoul, ເພີ່ມຂຶ້ນຈາກ 2 ຫາ 3 ຖ້ຽວບິນ ໄປ-ກັບ ທຸກມື້. ຖ້ຽວບິນໃໝ່ຈາກ Phu Quoc ໄປ Seoul ອອກເວລາ 20:35 ໂມງ (ຕາມເວລາທ້ອງຖິ່ນ) ລົງຈອດຢູ່ສະໜາມບິນສາກົນ ອິນຊອນ (Incheon) ເວລາ 4:00 ໂມງຂອງມື້ຕໍ່ມາ (ຕາມເວລາທ້ອງຖິ່ນ). ກົງກັນຂ້າມ, ຖ້ຽວບິນຈາກສະໜາມບິນສາກົນ Incheon ໄປ Phu Quoc ອອກເວລາ 5:00 ໂມງເຊົ້າ (ຕາມເວລາທ້ອງຖິ່ນ) ແລະ ລົງຈອດໃນເວລາ 8:25 ໂມງ (ຕາມເວລາທ້ອງຖິ່ນ).

ໃນວັນທີ 1 ກໍລະກົດ 2024, Vietjet ຈະຂະຫຍາຍເສັ້ນທາງການບິນ ລະຫວ່າງ Phu Quoc ຫາ Taipei ໂດຍເພີ່ມຖ້ຽວບິນຈາກ 7 ຖ້ຽວບິນ ໄປ-ກັບ ເປັນ 11 ຖ້ຽວຕໍ່ອາທິດ. ຖ້ຽວບິນໃໝ່ຈາກ Phu Quoc ໄປ Taipei ອອກເດີນທາງເວລາ 9:50 ໂມງ (ຕາມເວລາທ້ອງຖິ່ນ) ລົງຈອດທີ່ສະໜາມບິນສາກົນ Taoyuan ຂອງ Taipei ເວລາ 14:30 ໂມງ (ຕາມເວລາທ້ອງຖິ່ນ) ທຸກໆວັນຈັນ, ວັນພຸດ, ວັນສຸກ ແລະ ວັນອາທິດ. ອີກດ້ານໜຶ່ງ, ຖ້ຽວບິນຈາກ Taipei ໄປ Phu Quoc ອອກເວລາ 16:00 ໂມງ ແລະ ລົງຈອດໃນເວລາ 18:40 ໂມງ (ຕາມເວລາທ້ອງຖິ່ນ).

ໂຊກດີສຳລັບນັກທ່ອງທ່ຽວຈາກລາວ, Vietjet ໄດ້ເປີດເສັ້ນທາງບິນໂດຍກົງ ລະຫວ່າງ ນະຄອນຫຼວງວຽງຈັນ ຫາ ນະຄອນໂຮ່ຈີມິນ 4 ຖ້ຽວຕໍ່ອາທິດ ໃນວັນຈັນ, ວັນພຸດ, ວັນສຸກ ແລະ ວັນອາທິດ ໃຊ້ເວລາບິນພຽງແຕ່ 1 ຊົ່ວໂມງ 45 ນາທີ, ເຊື່ອມຕໍ່ໄປຍັງຫຼາຍຈຸດໝາຍປາຍທາງທີ່ສຳຄັນ. ເຊິ່ງເຮັດໃຫ້ປະສົບການໃນການເດີນທາງຂອງທ່ານງ່າຍຂຶ້ນ. ເພີ່ມທາງເລືອກ ໃນລາຄາທີ່ສົມເຫດສົມຜົນ ແລະ ຄຸ້ມຄ່າທີ່ສຸດ ກັບການບໍລິການທີ່ທ່ານຈະປະທັບໃຈ ໃນການເດີນທາງກັບ Vietjet.

ນອກຈາກນັ້ນ, Vietjet ຍັງມີໂປຣໂມຊັນໃຫ້ນັກທ່ອງທ່ຽວ ດ້ວຍຄ່າປີ້ຍົນເລີ່ມຕົ້ນຈາກ 0 ໂດລາ (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນທຸກໆວັນສຸກ. ທີ່ www.vietjetair.com ແລະ ແອັບມືຖື Vietjet Air. ໂປຣໂມຊັນນີ້ ນຳໃຊ້ກັບທຸກຖ້ຽວບິນສາກົນຂອງ Vietjet ຕັ້ງແຕ່ມື້ນີ້ ຫາ ວັນທີ 31 ທັນວາ 2024 (ຍົກເວັ້ນມື້ພັກ ແລະ ເທສະການທ່ອງທ່ຽວ).

ໃນຊ່ວງມື້ພັກ ວັນປະກາດອິດສະຫຼະພາບທາງໃຕ້ຂອງຫວຽດນາມ (Reunification Day) ແລະ ວັນກຳມະກອນສາກົນ ເລີ່ມແຕ່ວັນທີ 27 ເມສາ ເປັນວັນພັກຍາວທີ່ສຸດອັນດັບສອງຂອງຫວຽດນາມ ຫຼັງຈາກບຸນກຸດຈີນ, Vietjet ຍັງເພີ່ມຖ້ຽວບິນຕື່ມອີກ 86.000 ບ່ອນນັ່ງ, ເທົ່າກັບ 450 ກວ່າຖ້ຽວບິນ ໃຫ້ກັບບັນດາສະຖານທີ່ທ່ອງທ່ຽວທີ່ນິຍົມຫຼາຍທີ່ສຸດ, ເພີ່ມຖ້ຽວບິນໄປນະຄອນໂຮ່ຈີມິນ, ຮ່າໂນ້ຍ, ດານັງ, ຍາຈາງ ແລະ ອື່ນໆ.

ເພີດເພີນກັບຖ້ຽວບິນທີ່ມີຄວາມສຸກຂອງ Vietjet ເທິງເຮືອບິນທີ່ທັນສະໄໝ ເປັນມິດກັບສິ່ງແວດລ້ອມ, ພະນັກງານການບິນມືອາຊີບ. ມ່ວນຊື່ນໄປກັບການຊິມອາຫານຫວຽດນາມແທ້ໆ ແລະ ສາກົນ ດ້ວຍເມນູອາຫານທີ່ແຊບຊ້ອຍເຊັ່ນ: Pho Thin ແລະ Banh mi Vietnam. Vietjet ຍັງຍົກລະດັບການເດີນທາງຂອງທ່ານດ້ວຍການສະແດງສິລະປະວັດທະນະທຳ ຢູ່ເທິງຄວາມສູງກວ່າ 10.000 ແມັດ ເນື່ອງໃນໂອກາດພິເສດອີກດ້ວຍ.

ຂໍ້ມູນເພີ່ມຕື່ມ www.vietjetair.com

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments