Home ແຈ້ງການສໍາຄັນ ເກີດແຜ່ນດິນໄຫວໃນບໍລິເວນແຂວງໄຊຍະບູລີ

ເກີດແຜ່ນດິນໄຫວໃນບໍລິເວນແຂວງໄຊຍະບູລີ

0

ສູນຂ່າວສານແຜ່ນດິນໄຫວແຫ່ງຊາດລາວ ໄດ້ລາຍງານໃຫ້ຮູ້ວ່າ: ເວລາ 05:37 ໂມງ ວັນທີ 12 ເມສາ 2024 ໄດ້ພົບສັນຍານເກີດແຜ່ນດິນໄຫວພາຍໃນປະເທດ ຈໍານວນ 01 ຄັ້ງ ໃນບໍລິເວນແຂວງໄຊຍະບູລີ.

ເຊິ່ງຈຸດສູນກາງແຜ່ນດິນໄຫວຢູ່ທີ່ບໍລິເວນ ເມືອງຫົງສາ ແຂວງໄຊຍະບູລີ ຄວາມແຮງສັ່ນສະເທືອນວັດແທກໄດ້ 2.1 ຣີກເຕີ, ມີຄວາມເລິກຈາກເທິງໜ້າດິນປະມານ 1 ກິໂລແມັດ (Km) ຫ່າງຈາກເທສະບານ ເມືອງຫົງສາ ປະມານ 20 Km. ເຫດແຜ່ນດິນໄຫວເບື້ອງຕົ້ນຍັງບໍ່ມີລາຍງານຜົນເສຍຫາຍ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version