Saturday, July 27, 2024
Homeຂ່າວດ່ວນເສັ້ນທາງ 13 ໃຕ້ ບໍລິຄໍາໄຊ-ຄໍາມ່ວນ ຈະສໍາເລັດກ່ອນລະດູຝົນທີ່ຈະມາເຖີງນີ້

ເສັ້ນທາງ 13 ໃຕ້ ບໍລິຄໍາໄຊ-ຄໍາມ່ວນ ຈະສໍາເລັດກ່ອນລະດູຝົນທີ່ຈະມາເຖີງນີ້

ທ່ານ ສຸກສາກົນ ແຫວນວົງສົດ ຫົວໜ້າໂຄງການເຜີຍໃຫ້ຮູ້ວ່າ: ການປັບປຸງ ແລະ ສ້ອມແປງທາງ 13 ໃຕ້ໂດຍສະເພາະໂຄງ ການປັບປຸງ ແລະ ສ້ອມແປງທາງ ສັນຍາທີ 3 ຊ່ວງ ແຂວງ ບໍລິຄໍາໄຊ ແລະ ຄໍາມ່ວນ ກິໂລແມັດທີ 190 ຫາ ກີໂລແມັດທີ 268 ຄວາມຍາວ 78 ກີໂລແມັດ ທີ່ນໍາໃຊ້ເງິນກູ້ຈາກທະນາຄານລົງທຶນໂຄງລ່າງພືື້ນຖານອາຊີ (AIIB) ແລະ ກອງທຶນ ( RF ) ຮັບເໝົາໂດຍ ບໍລິສັດ China International Water and Electric Corp ປັດຈຸບັນມີຄວາມຄືບໜ້າແລ້ວ 92% ຄາດວ່າຈະສໍາເລັດທັນກ່ອນລະດູຝົນ. ຂະນະທີ່ກໍານົດເວລາຂອງການປັບປຸງ ແລະ ສ້ອມແປງແມ່ນໃຫ້ສໍາເລັດໃນເດືອນກັນຍາ 2024.

ທ່ານ ຍັງໃຫ້ຮູ້ວ່າ: ໂຄງການປັບປຸງ ແລະ ສ້ອມແປງທາງ 13 ໃຕ້ ແມ່ນນໍາໃຊ້ຮູບແບບສັນຍາແບບມອບເໝົາ, ປັບປຸງ 3 ປີ ບູລະນະຮັກສາ 7 ປີ ລວມໄລຍະສັນຍາ 10 ປີ. ໝາຍຄວາມວ່າພາຍຫຼັງສໍາເລັດການປັບປຸງ-ສ້ອມແປງໄລຍະ 3 ປີແລ້ວ ທາງບໍລິສັດຜູ້ຮັບເໝົາກໍຍັງຕ້ອງໄດ້ມີຄວາມຮັບຜິດຊອບໃນການເບິ່ງແຍງຮັກສາເປັນເວລາ 7 ປີຕື່ມອີກ ເຊິ່ງໃນຕະຫຼອດໄລຍະດັ່ງກ່າວ ຫາກເກີດການເປ່ເພເສຍຫາຍກໍຍັງຢູ່ໃນຄວາມຮັບຜິດຊອບຂອງບໍລິສັດຈົນໝົດກໍານົດບູລະນະຮັກສາໄລຍະ 7 ປີ ຈິ່ງຖືວ່າສິ້ນສຸດຄວາມຮັບຜິດຊອບ.

ຢ່າງໃດກໍຕາມ, ເພື່ອໃຫ້ການປັບປຸງ ແລະ ສ້ອມແປງເສັ້ນທາງດັ່ງກ່າວສໍາເລັດໄວ​ ທາງເຈົ້າຂອງໂຄງການແມ່ນໄດ້ເນັ້ນ ແລະ ຂຸ້ນ ຂ້ຽວໃຫ້ມີການເລັ່ງມືຢ່າງເຕັມທີ່ ເພື່ອເຮັດແນວໃດໃຫ້ລະດູຝົນທີ່ຈະມາເຖິງນີ້ຜູ້ໃຊ້ລົດ-ໃຊ້ຖະໜົນໄດ້ຮັບຄວາມສະດວກໃນການໄປ -ມາແບບບໍ່ມີຄວາມຫຍຸ້ງຍາກກີດຂວາງ.

ທ່ານ ສຸກສາກົນ ແຫວນວົງສົດ ຍັງຝາກຮຽກຮ້ອງພໍ່ແມ່ປະຊາຊົນທີ່ຢູ່ອ້ອມຂ້າງມີຄວາມເປັນເຈົ້າການນໍາກັນໃນການເບິ່ງແຍງຮັກ ສາຕະຫຼອດຮອດຜູ້ໃຊ້ລົດໃຊ້ຖະໜົນທົ່ວໄປ; ໃຫ້ເຂົ້າໃຈວ່າເສັ້ນທາງແມ່ນມີຄວາມສໍາຄັນຕໍ່ທຸກຄົນ ແລະ ທຸກຄົນຄວນມີສ່ວນ ຮ່ວມໃນການເບິ່ງແຍງຮັກສາ.

ເສັ້ນທາງເລກທີ 13 ໃຕ້ ເປັນເສັ້ນທາງຍຸດທະສາດລະດັບຊາດໃນການຄົມມະນາຄົມຂົນສົ່ງ, ເປັນເສັ້ນທາງສາຍຫຼັກທີ່ເຊື່ອມຕໍ່ລະຫວ່າງນະຄອນຫຼວງວຽງຈັນ ກັບບັນດາແຂວງພາກກາງ ແລະ ພາກໃຕ້ຂອງລາວ ຕະຫຼອດຮອດການເຊື່ອມໂຍງບັນດາປະເທດອ້ອມຂ້າງທີ່ມີຊາຍແດນຕິດຈອດຢູ່ບັນດາແຂວງພາກກາງ ແລະ ພາກໃຕ້.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments