Tuesday, May 14, 2024
Homeຂ່າວຕ່າງປະເທດຈີນ ຍົກລະດັບເຄື່ອງຈັກການຜະລິດເພື່ອສ້າງໂອກາດໃນຕະຫຼາດ

ຈີນ ຍົກລະດັບເຄື່ອງຈັກການຜະລິດເພື່ອສ້າງໂອກາດໃນຕະຫຼາດ

ຂ່າວສານຊີອາໄອລາຍງານໃນວັນທີ 7 ເມສາ ຜ່ານມາວ່າ: ແຫ່ງຕ່າງໆຂອງຈີນພວມຊຸກຍູ້ການປັບປຸງ ແລະ ຍົກລະດັບເຄື່ອງຈັກອຸປະກອນໃນຂະແໜງການສຳຄັນ ໂດຍປິ່ນອ້ອມການປະຢັດພະລັງງານ, ຫຼຸດການປ່ອຍກາກບອນ ແລະ ປ່ອຍກາກບອນໃນລະດັບຕ່ຳທີ່ສຸດ, ການຜະລິດຢ່າງປອດໄພ, ການຫັນເປັນແບບດີຈີຕອນ, ການຍົກລະດັບຕາມທິດອັດສະລິຍະ ແລະ ອື່ນໆ.

ກະຊວງອຸດສາຫະກຳ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານຈີນ ຍັງໄດ້ກ່າວວ່າ: ປີນີ້ຈະປິ່ນອ້ອມການຊຸກຍູ້ການຫັນເປັນອຸດສາຫະກຳແບບໃໝ່, ຖືເອົາການຍົກລະດັບເຄື່ອງຈັກອຸປະກອນຂະໜາດໃຫຍ່ເປັນຈຸດລົງມື, ລົງເລິກດຳເນີນໂຄງການບຸກທະລຸການຄົ້ນຄວ້າເຕັກໂນໂລຊີເຄື່ອງຈັກອຸປະກອນປະເພດສຳຄັນຂະໜາດໃຫຍ່, ເລັ່ງລັດປະຕິບັດໂຄງການປັບປຸງພື້ນຖານຂະແໜງການ ໂດຍປິ່ນອ້ອມຜະລິດຕະພັນ ແລະ ເຕັກໂນໂລຊີພື້ນຖານທີ່ມີລັກສະນະສຳຄັນຂໍກຸນແຈ, ນຳໃຊ້ທົ່ວໄປໃນຂົງເຂດສຳຄັນຂອງອຸດສາຫະກຳການຜະລິດ, ຄາດວ່າການຍົກລະດັບເຄື່ອງຈັກອຸປະກອນຂອງຈີນແມ່ນຈະສ້າງຕະຫຼາດອັນໃຫຍ່ຫຼວງທີ່ມີມູນຄ່າ 5.000 ຕື້ຢວນຕໍ່ປີ. ເມື່ອຮອດປີ 2027, ການລົງທຶນເຂົ້າໃນເຄື່ອງຈັກອຸປະກອນໃນຂົງເຂດອຸດສາຫະກຳ, ກະສິກຳ, ການກໍ່ສ້າງ, ຄົມມະນາຄົມ, ການສຶກສາ, ການທ່ອງທ່ຽວວັດທະນະທຳ, ການປິ່ນປົວ ແລະ ອື່ນໆ ຈະເພີ່ມຂຶ້ນຫຼາຍກວ່າ 25% ເມື່ອທຽບໃສ່ປີ 2023.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments