Saturday, July 27, 2024
Homeຂ່າວຕ່າງປະເທດຍອດຜູ້ໂດຍສານ ຊາວໄທ ເດີນທາງເຂົ້າ ສປຈີນ ຜ່ານດ່ານລົດໄຟ ຈີນ-ລາວ ເພີ່ມຂື້ນ 7,5 ເທົ່າ

ຍອດຜູ້ໂດຍສານ ຊາວໄທ ເດີນທາງເຂົ້າ ສປຈີນ ຜ່ານດ່ານລົດໄຟ ຈີນ-ລາວ ເພີ່ມຂື້ນ 7,5 ເທົ່າ

ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອວັນທີ 2 ເດືອນເມສາ, ຍອດຜູ້ໂດຍສານ ຊາວໄທ ທີ່ເດີນທາງ ຜ່ານດ່ານລົດໄຟ ໂມ່ຮານ ຊຶ່ງເປັນ ເສັ້ນທາງ ລົດໄຟ ຈີນ-ລາວ ໄດ້ເພີ່ມຂື້ນ 7,5 ເທົ່າ, ຫລັງຈາກ ຈີນ ແລະ ໄທ ດຳເນີນນະໂຍບາຍ ຍົກເວັ້ນວິຊ່າ ເຊິ່ງກັນ ແລະ ກັນ ຕັ້ງແຕ່ ວັນທີ 1 ມີນາ ປີ 2024. ໂດຍຂໍ້ມູນ ສະຖິຕິ ຂອງ ສະຖານີ ຜ່ານດ່ານແຂວງ ຢູນນານ ທາງພາກຕາເວັນຕົກ ສ່ຽງໃຕ້ ຂອງ ຈີນ ໃຫ້ຮູ້ວ່າ ຜູ້ໂດຍສານ ຊາວໄທ ເດີນທາງຂາເຂົ້າ ໃນເດືອນມີນາ ລວມມີ 2.100 ເທື່ອຄົນ. ໃນນີ້ ຜ່ານດ່ານ ລົດໄຟ ໂມຮານ ຈຳນວນ 629 ເທື່ອຄົນ, ເພີ່ມຂື້ນ 750% ເມື່ອທຽບກັບເດືອນ ກຸມພາ ຜ່ານມາ.

ນັບແຕ່ ຕົ້ນປີ 2024 ເປັນຕົ້້ນມາ ຜູ້ໂດຍສານ ຂາເຂົ້າ ຈາກປະເທດ ທີ 3 ( ຄື: ການຍົກເວັ້ນ ຈີນ ແລະ ລາວ) ຈາກ 67 ປະເທດ ແລະ ພາກພື້ນ ລວມມີ 12.800 ເທື່ອຄົນ. ໃນນັ້ນ ຜູ້ໂດຍສານ ຊາວໄທ 9.400 ເທື່ອຄົນ , ກວມເອົາ 73,4% ຂອງ ຜູ້ໂດຍສານ ທັງໝົດ. ປັດຈຸບັນ, ຜູ້ໂດຍສານ ຊາວໄທ ເດີນທາງເຂົ້າຈີນ ເພື່ອການທ່ອງທ່ຽວ, ພັກຜ່ອນ , ທາງທຸລະກິດ ແລະ ອື່ນໆ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments