Home ແຈ້ງການສໍາຄັນ ສະພາບອາກາດ ເຊົ້າວັນທີ 04 ເມສາ 2024

ສະພາບອາກາດ ເຊົ້າວັນທີ 04 ເມສາ 2024

0

ມວນອາກາດຮ້ອນເອົ້າ ຍັງຈະປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງປານກາງ, ສົມທົບກັບກະແສລົມຕາເວັນຕົກ-ຕາເວັນຕົກສ່ຽງໃຕ້ພັດປົກຄຸມ. ຊຶ່ງຈະເຮັດໃຫ້ອາກາດຍັງຈະສືບຕໍ່ຮ້ອນ ຫາ ຮ້ອນເອົ້າຢູ່ທົ່ວໄປ ແລະ ຮ້ອນເອົ້າຫລາຍຢູ່ບາງທ້ອງຖິ່ນ ພ້ອມຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍ ແລະ ມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ ແຂວງພາກໃຕ້ຕື່ມອີກ.

ສໍາລັບນະຄອນຫລວງວຽງຈັນ: ອາກາດຍັງຈະຮ້ອນ ຫາ ຮ້ອນເອົ້າ ພ້ອມ ມີໝອກແຫ້ງປົກຫຸ້ມຢູ່ທົ່ວໄປ. ອຸນຫະພູມໃນລະຫວ່າງ 25-39 ອົງສາ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version