Saturday, July 27, 2024
Homeຂ່າວຕ່າງປະເທດສ້າງວິວັດທະນາການພັດທະນາແບບຍືນຍົງໃຫ້ອາຊຽນ ເປັນຮູບປະທຳ

ສ້າງວິວັດທະນາການພັດທະນາແບບຍືນຍົງໃຫ້ອາຊຽນ ເປັນຮູບປະທຳ

ວິທະຍຸກະຈາຍສຽງແຫ່ງຊາດຫວຽດນາມ, ເວທີປາໄສອະນາຄົດອາຊຽນ 2024 ດ້ວຍຫົວຂໍ້ວ່າ “ສ້າງປະຊາຄົມອາຊຽນ ພັດທະນາໄວ, ຍືນຍົງ, ຖືປະຊາຊົນ ເປັນໃຈກາງ” ຈະຖືກຈັດຂຶ້ນ ໃນວັນທີ 23 ເມສາ, ຢູ່ຮ່າໂນ້ຍ, ດ້ວຍການເຂົ້າຮ່ວມຂອງບັນດາການນຳລັດຖະບານ, ບັນດານັກວາງນະໂຍບາຍ, ບັນດານັກຊ່ຽວຊານ, ນັກຮຽນຮູ້ ແລະ ຜູ້ຕາງໜ້າຂອງປະຊາຄົມ ວິສາຫະກິດມາຈາກບັນດາປະເທດສະມາຊິກອາຊຽນ ພ້ອມກັບບັນດາຄູ່ຮ່ວມມື ແລະ ເພື່ອນມິດສາກົນ. ນີ້ແມ່ນຂໍ້ລິເລີ່ມ ໂດຍ ທ່ານ ຟ້າມມິງຈິງ, ນາຍົກລັດຖະມົນຕີຫວຽດນາມ ສະເໜີທີ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 43 ຢູ່ ອິນໂດເນເຊຍ (ເດືອນ ກັນຍາ 2023). ເຫດການນີ້ເພື່ອແນໃສ່ສ້າງພື້ນຖານຫລາຍຝ່າຍ, ຫລາຍຂັ້ນ ແລະ ຫລາຍສົ້ນ ເພື່ອຊຸກຍູ້ບັນດາການປຶກສາຫາລືເລິກເຊິ່ງ, ກ້ວາງຂວາງ ແລະ ຮອບດ້ານ ກ່ຽວກັບບັນດາບັນຫາສຳຄັນສຳລັບອະນາຄົດ ແລະ ການພັດທະນາຂອງ ອາຊຽນ. ສຳລັບ ເວທີປາໄສ ຄັ້ງນີ້ ຈະມີຫລາຍແນວ ຄວາມຄິດໃໝ່, ມີລັກສະນະ ປະດິດ ຄິດສ້າງສູງ, ມີລັກສະນະປ່ຽນແປງໃໝ່ເພື່ອສາມາດປະກອບສ່ວນເຂົ້າໃນວິວັດການແລກປ່ຽນ, ປຶກສາຫາລືໃນຂອບເຂດອາຊຽນ, ກໍ່ຄືອາຊຽນ ແລະ ບັນດາປະເທດ ຄູ່ຮ່ວມມື ຢ່າງເປັນທາງການ. ດ້ວຍເວທີປາໄສ ມີລັກສະນະ ເປີດຄືເວທີປາໄສ ອະນາຄົດ ອາຊຽນ, ດ້ວຍເປົ້າໝາຍ ຈະແຈ້ງແມ່ນມຸ່ງໄປເຖິງອະນາຄົດ ແລະ ຈະມີບັນດາແນວຄວາມຄິດໃໝ່ເພື່ອໃຫ້ອາຊຽນ ສາມາດສ້າງອະນາຄົດຂອງຕົນ ໃນໄລຍະຈະມາເຖິງຢ່າງມີປະສິດທິຜົນທີ່ສຸດເປັນຮູບປະທຳ, ຕອບສະໜອງຜົນປະໂຫຍດ ຂອງແຕ່ລະປະເທດສະມາຊິກອາຊຽນ ກໍ່ຄືປະຊາຊົນອາຊຽນ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments