Saturday, July 27, 2024
Homeຂ່າວຕ່າງປະເທດຍົກສູງກາເຟ ແລະ ຊາ ຫວຽດນາມ ໃນແຜນທີ່ຜະລິດຕະພັນກະເສດໂລກ

ຍົກສູງກາເຟ ແລະ ຊາ ຫວຽດນາມ ໃນແຜນທີ່ຜະລິດຕະພັນກະເສດໂລກ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເມື່ອບໍ່ຜ່ານມານີ້, ພິທີເປີດງານວັນບຸນ ກາເຟ – ຊາ ຫວຽດນາມ ປີ 2024 ໄດ້ຈັດຂຶ້ນຢູ່ ຖູດຶກ ນະຄອນໂຮ່ຈິມິນ. ນີ້ແມ່ນບັນດາເຫດການເພື່ອແນໃສ່ໂຄສະນາເຄື່ອງໝາຍການຄ້າ, ເຊື່ອມຕໍ່ການແລກປ່ຽນຄ້າຂາຍຜະລິດຕະພັນກາເຟ, ຊາ ຫວຽດນາມ ໂດຍໜັງສືພິມຊາວຜູ້ອອກແຮງງານ ໄດ້ປຸກລະດົມແຕ່ປີ 2023.

ຂ່າວລະບຸວ່າ: ບັນດາການເຄື່ອນໄຫວໃນວັນບຸນ ກາເຟ – ຊາ ຫວຽດນາມ ປີ 2024 ໄດ້ຈັດຂຶ້ນຫຼາຍຮູບຫຼາຍແບບ ແລະ ອຸດົມສົມບູນ, ດຶງດູດການເຂົ້າຮ່ວມຂອງວິສາຫະກິດຫຼາຍແຫ່ງ ແລະ ໄດ້ຮັບການແນະນຳ, ໂຄສະນາໃນວົງກວ້າງ ຜ່ານຫຼາຍຊ່ອງທາງ; ໃນນັ້ນຈຸດສຸມຂອງວັນບຸນແມ່ນ ກອງປະຊຸມສຳມະນາວິທີແກ້ໄຂເພື່ອສົ່ງອອກກາເຟໃຫ້ບັນລຸ 5 ຕື້ໂດລາ.

ໃນພິທີ, ບັນດານັກຊ່ຽວຊານ, ສະມາຄົມ ໄດ້ປຶກສາຫາລືວິທີການແກ້ໄຂເພື່ອການເຕີບໂຕດ້ານການສົ່ງອອກກາເຟແບບຍືນຍົງ, ສ້າງມູນຄ່າສິນຄ້າໃຫ້ຫຼາຍຂຶ້ນກວ່າເກົ່າ. ໃນຂອບເຂດຂອງງານ, ລາຍການ Coffee Talk ກໍມີນັກຊ່ຽວຊານຫຼາຍທ່ານໄດ້ແບ່ງປັນກັບຊາວໜຸ່ມ ບັນດາບົດຮຽນປະສົບການອັນລ້ຳຄ່າກ່ຽວກັບທຸລະກິດ Startup ແລະ ຄຸ້ມຄອງການເງິນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments