Home ຂ່າວພາຍໃນ ປີ 2023 ຜ່ານມາ 10 ແຂວງພາກເໜືອ ອະນຸຍາດການລົງທຶນ 220 ໂຄງການ

ປີ 2023 ຜ່ານມາ 10 ແຂວງພາກເໜືອ ອະນຸຍາດການລົງທຶນ 220 ໂຄງການ

0

ທ່ານ ວົງມະນີ ເພື່ອປະຊາ, ຫົວໜ້າພະແນກແຜນການ ແລະ ການລົງທືນ ແຂວງຫຼວງນໍ້າທາ ໃຫ້ຮູ້ໃນໂອກາດລາຍງານຕໍ່ກອງປະຊູມແລກປ່ຽນ ແລະ ຖອດ ຖອນບົດຮຽນວຽກງານແຜນການ ແລະ ການລົງທືນ 10 ແຂວງພາກເໜືອ ຈັດຂຶ້ນຢູ່ແຂວງຫລວງນໍ້າທາ ເມື່ອບໍ່ດົນມານີ້ ວ່າ: ການອະນຸຍາດການລົງທຶນ ສໍາລັບ 10 ແຂວງພາກເໜືອ ໃນປີ 2023 ຜ່ານ ສາມາດອະນຸຍາດການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ ໄດ້ທັງໝົດ 220 ໂຄງການ, ມູນຄ່າການລົງທຶນທັງໝົດ 753 ລ້ານໂດລາສະຫະລັດ, ທຶນຈົດທະບຽນ 390 ລ້ານໂດລາສະຫະລັດ.

ການລົງທຶນແມ່ນກວມເອົາຂົງເຂດວຽກງານ ເຊັ່ນ: ການຂຸດຄົ້ນແຮ່ທາດ, ແຮ່ອຸດສາຫະກໍາກໍ່ສ້າງ, ພະລັງງານ, ການຜະລິດກະສິກໍາ, ອຸດສາຫະກໍາປຸງແຕ່ງ, ການບໍລິ ການ, ການທ່ອງທ່ຽວ ແລະ ການຮ່ວມມືສາກົນ ບັນດາແຂວງ ແມ່ນໄດ້ຈັດຕັ້ງປະຕິ ບັດຢ່າງເປັນປົກກະຕິ. ໃນນີ້ ມີຫຼາຍໂຄງການ,ການຮ່ວມມືລາວ-ຫວຽດນາມ, ລາວ-ຈີນ ແລະ ການຮ່ວມມືກັບບັນດາປະເທດເພື່ອນມິດຕ່າງໆ, ສັງລວມການຊ່ວຍເຫຼືອສໍາລັບ 10 ແຂວງ ແມ່ນມີຫຼາຍຮ້ອຍລ້ານໂດລາສະຫະລັດ.

ສໍາລັບ10 ແຂວງພາກເໜືອທີ່ເຂົ້າຮ່ວມປະຊຸມ ລວມມີ: ຫຼວງນໍ້າທາ, ບໍ່ແກ້ວ, ຊຽງຂວາງ, ໄຊສົມບູນ, ຫຼວງພະບາງ, ອຸດົມໄຊ, ໄຊຍະບູລີ, ຫົວພັນ, ຜົ້ງສາລີ ແລະ ແຂວງວຽງຈັນ.

#ຂ່າວ#ວສລ#ວິທະຍຸກະຈາຍສຽງແຫ່ງຊາດລາວ

#LNR#laonationalradio

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version