Saturday, July 27, 2024
Homeຂ່າວພາຍໃນຄຊປປ ລາວ ອ້ອມຂ້າງສູນກາງ ແລະ ນວ ຈັດກອງປະຊຸມສ່ອງແສງ ປະຈໍາໄຕມາດທີ I ປີ

ຄຊປປ ລາວ ອ້ອມຂ້າງສູນກາງ ແລະ ນວ ຈັດກອງປະຊຸມສ່ອງແສງ ປະຈໍາໄຕມາດທີ I ປີ

ກອງປະຊຸມສ່ອງແສງເຄື່ອນທີ່ ປະຈໍາໄຕມາດທີ I ປີ 2024 ຂອງ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ (ຄຊປປລ) ກະຊວງ, ອົງການອ້ອມຂ້າງສູນກາງ ແລະ ນະຄອນຫລວງວຽງຈັນ(ນວ) ຈັດຂຶ້ນໃນວັນທີ 28 ມີນາ 2024 ຜ່ານມາ ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ພາຍໃຕ້ເປັນປະທານຮ່ວມຂອງສະຫາຍ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ແລະ ສະຫາຍ ມອນໄຊ ລາວມົວຊົ່ງ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ມີບັນດາສະຫາຍຜູ້ຕາງໜ້າຫ້ອງການ, ບັນດາກົມອ້ອມຂ້າງ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ຄະນະບໍລິຫານງານຊາວໜຸ່ມ ບັນດາກະຊວງ, ອົງການ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມ.

​ໃນ​ໂອກາດ​ນີ້, ສະຫາຍ ອາລຸນໄຊ ສູນນະລາດ ຕາງໜ້າໃຫ້ຄະນະພັກຫ້ອງວ່າການສຳນັກງານນາຍົກລັດຖະ ມົນຕີ ​ໄດ້ກ່າວຕ້ອນຮັບ ພ້ອມ​ທັງ ມີຄໍາເຫັນເນັ້ນໜັກຕໍ່ວຽກງານຊາວໜຸ່ມ ໂດຍສະເພາະ ການບໍລິຫານວຽກງານ 3 ແບບ ຄື: ຕ້ອງມີແບບແຜນການດຳລົງຊີວິດ, ແບບແຜນວິທີເຮັດວຽກ ແລະ ແບບແຜນວິທີການນໍາພາ ທີ່ດີ. ພ້ອມທັງ ຫັນປ່ຽນ 3 ດ້ານ ຄື: ຫັນປ່ຽນແນວຄິດລໍຖ້າຄໍາສັ່ງ ໄປສູ່ແນວຄິດຮັບຜິດຊອບ ແລະ ການເປັນເຈົ້າການ; ຫັນປ່ຽນແນວຄິດ ບໍ່ມີແຜນດໍາເນີນງານ ມາມີແຜນການ, ແຜນກິດຈະກໍາໃນການເຮັດວຽກ ແລະ ຫັນປ່ຽນຈາກການເຮັດວຽກ ຫລາຍຂັ້ນຫລາຍຂອດ ໃຫ້ຜ່ອນຂັ້ນຂອດລົງ ໂດຍສະເພາະ ການບໍລິຫານເອກະສານ ແລະ ອື່ນໆ.

ໃນກອງປະຊຸມ, ສະຫາຍ ສົມຄວນ​ ມາ​ສຸວັນ ຄະນະ​ບໍລິຫານ​ງານ​ສູນ​ກາງ​ຊາວ​ໜຸ່ມ ປປລ, ​ເລຂາ​ຄະນະ​ບໍລິຫານ​ງານ​ຊາວ​ໜຸ່ມ​ປະຊາຊົນ​ປະຕິວັດ​ລາວ ຫສນຍ ​ໄດ້ລາຍງານຫຍໍ້ສະພາບພົ້ນເດັ່ນຂອງການເຄື່ອນໄຫວວຽກງານໃນໄລຍະ 3 ເດືອນຜ່ານມາ ເຫັນວ່າ ຄະນະ​ບໍລິຫານ​ງານ​ຊາວ​ໜຸ່ມ ຫສນຍ ແຕ່ລະຂັ້ນ ໄດ້ຕັ້ງໜ້ານຳພາ-ຊີ້ນຳ ວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ສະມາຊິກຊາວໜຸ່ມ ໂດຍສະເພາະ ໄດ້​ລະດົມ​ໃຫ້​ສະມາຊິກ​ຊາວ​ໜຸ່ມ ​ເຂົ້າ​ຮັບ​ຟັງ​ການ​ເຜີຍ​ແຜ່​ເຊື່ອມ​ຊຶມ​ເອກະສານ​ຕ່າງໆ ຂອງ​ພັກ​ຂອງ​ຊາດ ຈຳນວນຫຼາຍຄັ້ງ. ພ້ອມ​​ນັ້ນ, ໄດ້ເປັນເຈົ້າການໃນການຊ່ວຍຄະນະພັກ-ຄະນະນໍາ ຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໃນການແຈກຢາຍ ແລະ ຄົ້ນຄວ້າເອກະສານເຂົ້າ-ອອກ, ການປະສານກັບບັນດາຂະແໜງການ ແລະ ທ້ອງຖິ່ນ ເພື່ອເກັບກໍາຂໍ້ມູນບັນຫາຕ່າງໆ ລາຍງານການນໍາ ເພື່ອຊີ້ນໍາໃຫ້ຖືກຕ້ອງ; ເອົາໃຈໃສ່ຕໍ່ການບໍລິການຮັບໃຊ້ ແລະ ສ້າງເງື່ອນໄຂອໍານວຍຄວາມສະດວກດ້ານຕ່າງໆ ໃຫ້ແກ່ການປະຕິບັດໜ້າທີ່ ກໍຄື ການເຄື່ອນໄຫວວຽກງານ ຂອງການນໍາ ດ້ວຍຄວາມຮັບຜິດຊອບສູງ;​ ໄດ້ສໍາເລັດການຂຽນແຜນດໍາເນີນທຸລະກິດຮ້ານກາເຟ ຊາວໜຸ່ມ ຫສນຍ ແລະ ສະເໜີຮູບແບບການບໍລິຫານ ທີ່ເໝາະສົມກັບລັກສະນະເພາະ ຂອງ ຫສນຍ; ໄດ້ເຂົ້າຮ່ວມກອງປະຊຸມສະຫລຸບວຽກງານແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ປະຈຳປີ 2023 ແລະ ເປີດຂະບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະ ນາ ປະຈຳປີ 2024 ຂອງ ຫສນຍ.

ສຳລັບທິດ​ທາງ​ແຜນວຽກຈຸດສຸມ ປະຈຳໄຕມາດ II ປີ 2024 ຂອງຄະນະບໍລິຫານງານຊາວໜຸ່ມ ຫສນຍ ຈະໄດ້ສືບຕໍ່ເອົາໃຈໃສ່ສຶກສາອົບຮົມ ທາງດ້ານການເມືອງ-ແນວຄິດ ໃຫ້ແກ່ສະມາຊິກຊາວໜຸ່ມດ້ວຍຫລາຍຮູບແບບ; ສືບຕໍ່ຊຸກຍູ້ສະມາຊິກຊາວໜຸ່ມເພື່ອຈັດຕັ້ງປະຕິບັດ ຄໍາຂວັນ 3 ດີ ແລະ ຂໍ້ແຂ່ງຂັນ 3 ຫັນ ຂອງ ຫສນຍ ຕິດພັນກັບການຈັດຕັ້ງປະຕິບັດ ຄໍາຂວັນ 3 ພັດທະນາ ຂອງຊາວໜຸ່ມ ຫສນຍ ແລະ ຂໍ້ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມ ປປລ ໃຫ້ມີປະສິດຜົນກວ່າເກົ່າ; ສືບຕໍ່ນໍາພາ-ຊີ້ນໍາ ແລະ ຊຸກຍູ້ບັນດາໜ່ວຍຮາກຖານຊາວໜຸ່ມ ໃນການກະກຽມ ແລະ ດໍາເນີນກອງປະຊຸມໃຫ່ຍຂອງຕົນ ໃຫ້ສໍາເລັດຕາມແຜນການທີ່ກໍານົດໄວ້​ ແລະ ຊຸກຍູ້ບັນດາໜ່ວຍຮາກຖານຊາວໜຸ່ມ ທີ່ສໍາເລັດການດໍາເນີນກອງປະຊຸມໃຫຍ່ແລ້ວ ຮີບຮ້ອນແບ່ງຄວາມຮັບຜິດຊອບພາຍໃນຄະນະໜ່ວຍ; ຊຸກຍູ້ໃຫ້ສະມາຊິກຊາວໜຸ່ມ ສືບຕໍ່ປະຕິບັດໜ້າທີ່ວຽກງານວິຊາສະເພາະ ຕາມສິດ, ໜ້າທີ່ ແລະ ຄວາມຮັບຜິດຊອບ ເພື່ອເຮັດໃຫ້ວຽກງານດໍາເນີນໄປຢ່າງເປັນລະບົບ, ໂປ່ງໃສ ແລະ ສາມາດກວດສອບໄດ້; ເປັນເຈົ້າການຄົ້ນຄວ້າ, ລາຍງານສະພາບການພົ້ນເດັ່ນ ທັງພາຍໃນ ແລະ ຕ່າງປະເທດ; ຜັນຂະຫຍາຍທິດຊີ້ນໍາຂອງການນໍາ ໃຫ້ມີຄວາມວ່ອງໄວທັນການ; ສືບຕໍ່ຊອກຄົ້ນ ແລະ ສ້າງ ໃຫ້ມີຊາວໜຸ່ມຕົວແບບ ພ້ອມສະເໜີຍ້ອງຍໍ ແລະ ໃຫ້ການຊຸກຍູ້ສົ່ງເສີມໃນຮູບແບບຕ່າງທີ່ເໝາະສົມ; ສືບຕໍ່ຕິດຕາມ, ຊຸກຍູ້ ແລະ ສະເໜີໂຄງການແກ້ໄຂຊີວິດການເປັນຢູ່ ຂອງສະມາຊິກຊາວໜຸ່ມ ຫສນຍ; ສືບຕໍ່ຕິດຕາມ ຊຸກຍູ້ການເຄື່ອນໄຫວວຽກງານຂອງບັນດາໜ່ວຍຊາວໜຸ່ມ ໃຫ້ສາມາດຈັດຕັ້ງປະຕິບັດພາລະບົດບາດ ໜ້າທີ່ຂອງຕົນ ຕາມທີ່ໄດ້ກໍານົດໄວ້; ສືບຕໍ່ເປັນເສນາທິການຊ່ວຍຄະນະພັກ-ຄະນະນໍາ ຫສນຍ ປະສານງານກັບບັນດາຂະແໜງການກ່ຽວຂ້ອງ ແລະ ປຸກລະດົມໃຫ້ສະມາຊິກຊາວໜຸ່ມລາວບັນດາເຜົ່າ ມີສ່ວນຮ່ວມ ໃນການກະກຽມຄວາມພ້ອມຮອບດ້ານ ໃຫ້ແກ່ການເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ ແລະ ສ້າງຄວາມປະທັບໃຈໃຫ້ແກ່ບັນດາແຂກ ທີ່ຈະມາຮ່ວມປະຊຸມ ແລະ ກິດຈະກໍາປິ່ນອ້ອມຕ່າງໆ ຢູ່ ສປປ ລາວ ໃນປີ 2024.

ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments