Monday, April 29, 2024
Homeຂ່າວໜ້າໜຶ່ງຈະສໍາຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ V ປີ 2025

ຈະສໍາຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ V ປີ 2025

ກອງປະຊຸມຄະນະຊີ້ນໍາລະດັບຊາດ ຄັ້ງທີ II ຂອງການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ V ປີ 2025 ຈັດຂຶ້ນວັນທີ 28 ມີນາ 2024 ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະ ມົນຕີ, ຫົວໜ້າຄະນະຊີ້ນໍາລະດັບຊາດຂອງການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025.

ທ່ານ ກິແກ້ວ ໄຂຄໍາພິທູນ ກ່າວເປີດກອງປະຊຸມວ່າ: ເພື່ອປະຕິບັດຕາມກົດໝາຍວ່າດ້ວຍສະຖິຕິ ແລະ ຍຸດທະສາດການພັດທະນາລະບົບສະຖິຕິແຫ່ງຊາດແບບຍືນຍົງ 2016-2025 ແລະ ວິໄສທັດຮອດປີ 2030 ຈຶ່ງຈະຈັດຕັ້ງປະຕິບັດການສໍາຫຼວດພົນ ລະເມືອງ ແລະ ທີ່ຢູອາໄສທົ່ວປະເທດ ໃນປີ 2025 ເຊິ່ງແມ່ນການສໍາຫຼວດໃຫຍ່ລະດັບຊາດທີ່ມີຄວາມສໍາຄັນທີ່ສຸດ ເພາະເປັນການເກັບກຳ ແລະ ຈົດນັບພົນລະເມືອງເພື່ອຕິດຕາມສະພາບການຂະຫຍາຍຕົວ ແລະ ປັດໄຈທີ່ສົ່ງຜົນກະທົບຕໍ່ກັບການຂະຫຍາຍຕົວຂອງພົນລະເມືອງໃນທຸກໆ 10 ປີ ການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ໃນປີ 2025 ແມ່ນຄັ້ງທີ V (ຄັ້ງທໍາອິດແມ່ນປີ 1985) ຈະເປັນແຫຼ່ງຂໍ້ມູນທີ່ສໍາຄັນໃນການປັບປຸງຂໍ້ມູນພົນລະເມືອງແຫ່ງຊາດຂອງ ສປປ ລາວ ເປັນຖານຂໍ້ມູນທີ່ຈະປະກອບດ້ວຍຂໍ້ມູນດ້ານຕ່າງໆທີ່ມີຄວາມສຳຄັນຫຼາຍເຊັ່ນ: ການຈະ ເລີນພັນ, ການເສຍຊີວິດ ແລະ ການເຄື່ອນຍ້າຍຂອງພົນລະເມືອງ.

ຂໍ້ມູນລະອຽດກ່ຽວກັບຄຸນລັກສະນະຂອງພົນລະເມືອງ ໂຄງປະກອບອາຍຸ, ເພດ, ຊົນເຜົ່າ, ສາສະໜາ, ການສຶກສາ, ການປະກອບອາຊີບ ແລະ ອື່ນໆ. ການສໍາຫຼວດໃນຄັ້ງນີ້ຈະເປັນຂໍ້ມູນສໍາຄັນຮັບໃຊ້ໃຫ້ແກ່ການຕິດຕາມ ແລະ ປະເມີນການຈັດຕັ້ງປະຕິ ບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ IX ແລະ ການກະກຽມສ້າງ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ X ພ້ອມນັ້ນ ກໍເປັນຂໍ້ມູນພື້ນ ຖານໃຫ້ແກ່ການຕິດຕາມບັນດາເປົ້າໝາຍການພັດທະນາແບບຍືນຍົງ ການຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາ, ການປັບປຸງນະໂຍບາຍທາງດ້ານພົນລະເມືອງ ກໍຄືຍຸດທະສາດການພັດທະນາຊັບພະຍາກອນມະນຸດແຫ່ງຊາດຂອງ ສປປ ລາວ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments