Sunday, September 8, 2024
Homeຂ່າວຕ່າງປະເທດນິດສັນ ຕັ້ງເປົ້າເພີ່ມຍອດຂາຍລົດ 1 ລ້ານຄັນ ພາຍໃນປີ2027

ນິດສັນ ຕັ້ງເປົ້າເພີ່ມຍອດຂາຍລົດ 1 ລ້ານຄັນ ພາຍໃນປີ2027

ສຳນັກຂ່າວ ບລູມເບີຣກ, ເມື່ອບໍ່ດົນມານີ້ບໍລິສັດ ນິດສັນ (Nissan) ມໍເຕີ ຜູ້ຜະລິດລົດ ສັນຊາດ ຍີ່ປຸ່ນ ຕັ້ງເປົ້າໝາຍ ເພີ່ມຍອດຂາຍລົດ 1 ລ້ານຄັນ ພາຍໃນ ໄລຍະເວລາ 3ປີ ຫລື ປີ2027ຊຶ່ງເປັນສ່ວນໜຶ່ງ ຂອງແຜນທຸລະກິດ ໄລຍະກາງ ແລະ ເພີ່ມຄວາມສາມາດ ໃນການເຮັດກຳໄລ.

ພ້ອມກຽມ ເປີດໂຕລົດ ລຸ້ນໃໝ່ອີກ 30ລຸ້ນ ໂດຍແບ່ງເປັນ ລົດໄຟຟ້າ (EV) 16 ລຸ້ນ ທີ່ມີຄຸນຄ່າ ຫລາຍຂຶ້ນ ແລະ ສ້າງພັນທະມິດ ທາງທຸລະກິດ.Nissan ໄດ້ຫລຸດເປົ້າໝາຍ ຍອດຂາຍ ປະຈໍາປີ ເປັນຄັ້ງທີ 2 ໂດຍຫລຸດລົງ ເຫລືຶອ 3,55 ລ້ານຄັນ ຈາກ 3,7 ລ້ານຄັນ ແລະ ເຄີຍຕັ້ງເປົ້າໝາຍ ໄວ້ທີ່ 4 ລ້ານຄັນ ສຳລັບ ປີງົບປະມານ ທີ່ສິ້ນສຸດ ໃນເດືອນມີນານີ້./.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments