Monday, April 29, 2024
Homeແຈ້ງການສໍາຄັນຄຳສັ່ງເຈົ້າຄອງ ນວ ວ່າດ້ວຍການຮັກສາຄວາມສະຫງົບ ໃນໄລຍະການສະຫຼອງບຸນປີໃໝ່ລາວ ພສ 2567

ຄຳສັ່ງເຈົ້າຄອງ ນວ ວ່າດ້ວຍການຮັກສາຄວາມສະຫງົບ ໃນໄລຍະການສະຫຼອງບຸນປີໃໝ່ລາວ ພສ 2567

ເພື່ອໃຫ້ການສະຫຼອງບຸນປີໃໝ່ລາວ ພສ 2567 ນີ້ ເຕັມໄປດ້ວຍບັນຍາກາດເບີກບານມ່ວນຊື່ນ, ຮັກສາ ໄດ້ຄວາມສາມັກຄີ, ວັດທະນະທຳ, ຮີດຄອງປະເພນີ, ຂະນົບທໍານຽມອັນດີງາມ ຂອງລາວ; ຮັບປະກັນຄວາມ ສະຫງົບ, ປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍ ໃນທົ່ວສັງຄົມ; ທັງເປັນການສົ່ງເສີມປີທ່ອງທ່ຽວລາວ 2024, ເຈົ້າຄອງນະຄອນຫຼວງວຽງຈັນ ອອກຄໍາສັ່ງເລກທີ 01/ຈນວ ລົງວັນທີ 25 ມີນາ 2024 ໂດຍລະບຸ 7 ຂໍ້ຫ້າມ ສໍາລັບການຫຼິ້ນບຸນປີໃໝ່ລາວ ຢູ່ນະຄອນຫຼວງວຽງຈັນ ດັ່ງນີ້:

1) ຫ້າມຫົດສາດ ນໍ້າເປື້ອນ-ນໍ້າສີ-ນໍ້າຄັນຄາຍ, ຮ່າຍນໍ້າ ຫຼື ນໍ້າແຂງໃສ່ຖົງຢາງ ຫຼື ພາສະນະອື່ນໆ ດຶກ ແກ່ວງໃສ່ກັນ ຫຼື ນໍາໃຊ້ພາຫານະ ເລາະຫົດສາດນໍ້າໃສ່ຄົນທີ່ສັນຈອນຕາມເສັ້ນທາງ ແລະ ຫ້າມລັດທາງ ຫຼື ກວມເອົາເສັ້ນທາງເປັນບ່ອນຫຼິ້ນຕັ້ງຈຸດສີດ ຫຼື ຫົດນໍ້າກັນ;

2) ຫ້າມນຸ່ງເຄື່ອງໂປ້ເປືອຍ ຢູ່ບໍລິເວນວັດວາອາຮາມ, ສະຖານທີ່ສັກກະລະບູຊາ ແລະ ຢູ່ສະຖານທີ່ ສາທາລະນະຕ່າງໆ;

3) ຫ້າມຈັດງານສະແດງຄອນເສີດຕ່າງໆທີ່ທາງການບໍ່ໄດ້ອະນຸຍາດ ແລະ ເປີດສຽງເນື່ອງນັ້ນ ຢູ່ໃກ້ໂຮງ ໝໍ ຫຼື ຊຸມຊົນໜາແໜ້ນ, ຂອບເຂດເສັ້ນທາງຄົນຍ່າງ (ຟຸດບາດ) ຫຼື ໜ້າບ້ານ, ເຮືອນຂອງຕົນເອງ ທີ່ສົ່ງສຽງ ລົບກວນຜູ້ເຈັບປ່ວຍ, ຜູ້ອາຍຸສູງ ແລະ ເດັກນ້ອຍ;

4) ຫ້າມຈຸດໝາກກະໂພກ ແລະ ກໍ່ສຽງແຕກຢ່າງເດັດຂາດ;

5) ຫ້າມຜູ້ຂັບລົດ ດື່ມເຄື່ອງດື່ມທີ່ມີທາດເຫຼົ້າ ແລະ ເສບສິ່ງມືນເມົາແລ້ວຂັບລົດ ແລະ ຫ້າມຈຳໜ່າຍເຄື່ອງດື່ມທີ່ມີທາດເຫຼົ້າ ແລະ ສິ່ງມືນເມົາ ຢູ່ຕາມວັດວາອາຮາມ ແລະ ສະຖານທີ່ສັກກາລະບູຊາ;

6) ຫ້າມບຸກຄົນ, ນິຕິບຸກຄົນ ກໍ່ຄື ຮ້ານຄ້າ, ຕະຫຼາດ ກັກຕູນສິນຄ້າ, ສວຍໂອກາດຂຶ້ນລາຄາສິນຄ້າ, ຈໍາ ໜ່າຍສິນຄ້າ ບໍ່ໄດ້ມາດຕະຖານ, ເຊື່ອມຄຸນນະພາບ ຫຼື ໝົດອາຍຸ ເປັນການເອົາປຽບ ຫຼື ເປັນອັນຕະລາຍຕໍ່ຜູ້ ບໍລິໂພກ;

7) ຫ້າມບຸກຄົນ ນໍາເອົາຍານພາຫະນະທຸກຊະນິດລົງໄປເຄື່ອນໄຫວ ຢູ່ຕາມຫາດຊາຍຕາມລຳແມ່ ນໍ້າຂອງ ຢ່າງເດັດຂາດ (ຍົກເວັ້ນພາຫະນະກູ້ໄພ, ພາຫະນະຮັບໃຊ້ວຽກງານ ປກຊ-ປກສ).

ສ່ວນຜູ້ລະເມີດແມ່ນຈະຖືກປະຕິບັດມາດຕະການຄື: 1) ທຸກການກະທຳ ທີ່ລະເມີດຂໍ້ຫ້າມໃນຄໍາສັ່ງສະບັບນີ້ ດ້ວຍການເຈດຕະນາ ຫຼື ບໍ່ເຈດຕະນາ ລ້ວນແຕ່ ຖືກສຶກສາອົບຮົມ, ກ່າວເຕືອນ, ປັບໄໝຕາມສະຖານການລະເມີດ ຫຼື ດຳເນີນຄະດີຕໍ່ຜູ້ກະທຳຜິດ ທີ່ເປັນບຸກຄົນ, ນິຕິບຸກຄົນ, ກຸ່ມຄົນ ໂດຍປະສານສົມທົບກັບທຸກພາກສ່ວນທີ່ກ່ຽວຂ້ອງ ເພື່ອປະຕິບັດຕາມລະບຽບກົດໝາຍ; 2) ສໍາລັບການຊື້-ຂາຍ, ການມີໄວ້ໃນຄອບຄອງໝາກກະໂພກ, ບັ້ງໄຟດອກທຸກປະເພດ ຫຼື ຈຸດໝາກກະໂພກ, ຈຸດໂຄມໄຟລອຍຂຶ້ນຟ້າທຸກປະເພດ ຖ້າເຈົ້າໜ້າທີ່ກ່ຽວຂ້ອງ, ອົງການປົກຄອງບ້ານ, ປກສ ກຸ່ມ, ປກສ ບ້ານ, ກອງຫຼອນ ກວດກາພົບເຫັນແມ່ນໃຫ້ຍຶດ ແລະ ທຳລາຍຖິ້ມຕາມລະບຽບການ, ພ້ອມທັງນໍາຕົວຜູ້ກະທຳຜິດມາສຶກສາອົບຮົມ, ກ່າວເຕືອນ ແລະ ປັບໄໝຕາມລະບຽບການ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments