Saturday, July 27, 2024
Homeຂ່າວພາຍໃນຫຼາກຫຼາຍສີສັນ ໃນໝາກໄມ້ໜ່ວຍໜຶ່ງ

ຫຼາກຫຼາຍສີສັນ ໃນໝາກໄມ້ໜ່ວຍໜຶ່ງ

ເມື່ອບໍ່ດົນມານີ້, ທ່ານ ລົງເວີຍ ພິທີກອນ ມຽນມາ ຂອງສູນການສື່ສານສາກົນ ພາກພື້ນອາຊີໃຕ້ – ອາຊີຕາເວັນອອກສ່ຽງໃຕ້ ແຂວງຢຸນນານ ໄດ້ເດີນທາງໄປເຖິງຮ້ານນ້ຳປັ່ນ “ນິວຄາຊາຊາ” ທີ່ເປັນຮ້ານນ້ຳປັ່ນທີ່ມີຊື່ສຽງໂດ່ງດັງໃນອິນເຕີເນັດ ທີ່ຕັ້ງຢູ່ເມືອງປົກຄອງຕົນເອງເຜົ່າລື້-ເຜົ່າລາຫູ-ເຜົ່າວາ ເມືອງເມິ້ງລຽນ (Menglian) ນະຄອນຜູເອີ (Pu’er), ນ້ຳປັ່ນ “ນິວຄາ” ທີ່ປະກອບດ້ວຍກາເຟ, ນົມງົວ ແລະ ໝາກອາໂວກາໂດປັ່ນ ທັງຫວານທັງນຸ້ມດີ; ໝາກອາໂວກາໂດຊອຍເປັນແຜ່ນບາງໆ, ຈ້ຳແຈ່ວວະຊະບິ ຫຼື ນໍ້າເຜິ້ງ, ນຸ້ມປານຕັບຫ່ານ; ນອກນີ້, ຍັງມີນ້ຳຫວານອາໂວກາໂດ, ເຂົ້າໜົມອາໂວກາໂດ ແລະ ພິດຊາ ອາໂວກາໂດ ເຫຼົ່ານີ້ເປັນຕົ້ນ, ອາຫານປະເພດຕ່າງໆ ທີ່ເຮັດດ້ວຍໝາກອາໂວກາໂດ ເຮັດໃຫ້ ທ່ານ ລົງເວີຍ ຮູ້ສຶກປະຫຼາດໃຈຫຼາຍ.

ທ່ານ ນາງ ວາງແຢ້ນ (Wan Yan) ຜູ້ອຳນວຍການໃຫຍ່ ບໍລິສັດຕ່ອງໂສ້ສະໜອງສິນຄ້າກະສິກຳ ເມິ້ງລຽນ ຈຳກັດ ກ່າວວ່າ: ປັດຈຸບັນ ເຮົາບໍ່ພຽງແຕ່ກິນໝາກອາໂວກາໂດເປັນ

ໜ່ວຍເທົ່ານັ້ນ, ສູນຈໍລະຈອນສິນຄ້າແຊ່ເຢັນໝາກໄມ້ ແລະ ຜັກສົດເມືອງເມິ້ງລຽນ ໄດ້ສ້າງສຳເລັດ ແລະ ເປີດນຳໃຊ້ໃນທ້າຍປີ 2022, ສາຍຜະລິດແປ້ງໝາກອາໂວກາໂດ ແລະ ເຄື່ອງດື່ມໝາກອາໂວກາໂດ ກຽມຈະປະຕິບັດງານແບບທົດລອງໃນທ້າຍເດືອນມີນາປີນີ້.

ເປັນຫຍັງໝາກໄມ້ນ້ອຍໆໜ່ວຍໜຶ່ງສາມາດຜະລິດເປັນຜະລິດຕະພັນປະເພດຕ່າງໆຫຼາຍປານນີ້. ໃນວັນທີ 29 ກຸມພາ ຜ່ານມາ, ທ່ານ ລົງເວີຍ ໄດ້ຄົ້ນພົບຄຳຕອບຢູ່ສູນປູກໝາກອາໂວກາໂດ ບ້ານມາງຊິນ ຕາແສງມາງຊິນ (Mangxin) ເມືອງເມິ້ງລຽນ. ຢູ່ເທິງຕົ້ນໝາກອາໂວກາໂດໃນສູນ, ດອກໄມ້ສີເຫຼືອງບໍ່ໃຫຍ່ປານໃດ, ທ່ານ ຈ້າວຊືມິນ (Zhao Shimin) ຮອງຜູ້ອຳນວຍການໃຫຍ່ ບໍລິສັດ ຊີວະພາບລຸ້ຍຢິນຜູເອີ ຈຳກັດໄດ້ບອກ ທ່ານ ລົງເວີຍ ວ່າ, ນີ້ກໍແມ່ນດອກອາໂວກາໂດ ດອກໄມ້ເບັ່ງບານແລ້ວ ກໍມີໝາກອາໂວກາໂດ ເຕີບໃຫຍ່ຂຶ້ນ, ຕົ້ນໝາກອາໂວກາໂດຕົ້ນໜຶ່ງ ສາມາດຜະລິດໝາກໄດ້ 1.300 ກວ່າໜ່ວຍຕໍ່ປີ. ເມື່ອທຽບໃສ່ໝາກອາໂວກາໂດ ທີ່ນຳເຂົ້າຈາກຕ່າງປະເທດ ທີ່ຕ້ອງເດີນເຮືອເປັນເວລາ 30 ວັນຂຶ້ນໄປແລ້ວ, ໝາກອາໂວກາໂດຂອງເມືອງເມິ້ງລຽນ ສຸກຢູ່ເທິງຕົ້ນ, ຈະມີລົດຊາດທີ່ດີກວ່າ ແລະ ມີໂປຣຕິນຫຼາຍກວ່າ.

ປີ 2007, ທ່ານ ສີເຈ່ຍຈູ້ (Qi Jiazhu) ຜູ້ອຳນວຍການໃຫຍ່ບໍລິສັດລຸ້ຍຢິນ ໄດ້ປູກຕົ້ນອາໂວກາໂດ ຕົ້ນທຳອິດຢູ່ເມືອງເມິ້ງລຽນ. ເຖິງວ່າສະພາບດິນຟ້າອາກາດ ແລະ ເງື່ອນໄຂທຳມະຊາດ ເມືອງເມິ້ງລຽນເໝາະສຳລັບການເຕີບໃຫຍ່ຂອງຕົ້ນອາໂວກາໂດທີ່ສຸດ, ແຕ່ຢາກໃຫ້ມັນ“ເຕີບໃຫຍ່ຂະຫຍາຍຕົວ” ຢ່າງແທ້ຈິງຢູ່ແຫ່ງນີ້ແມ່ນບໍ່ງ່າຍ ຊຶ່ງບໍລິສັດລຸ້ຍຢິນ ໄດ້ຄົ້ນຄວ້າເປັນສິບກວ່າປີ ໃນດ້ານເພາະພັນ, ປູກ ແລະ ການເຜີຍແຜ່ເຕັກນິກອື່ນໆ ທີ່ກ່ຽວຂ້ອງ.

ທ່ານ ຈ້າວຊືມິນ ກ່າວວ່າ: ປະຊາຊົນເຂດນັ້ນ ບໍ່ຮູ້ວ່າໝາກອາໂວກາໂດ ເປັນແນວໃດ, ບໍ່ເຊື່ອວ່າ, ຈະສ້າງຄວາມຮັ່ງມີດ້ວຍການປູກໝາກອາໂວກາໂດ ແຕ່ວ່າ ປັດຈຸບັນລາຍຮັບສະເລ່ຍຕໍ່ຫົວຄົນ ໄດ້ເພີ່ມຂຶ້ນຫຼາຍເທົ່າ, ຫຼາຍຄົນໄດ້ກາຍເປັນນັກວິຊາການຊຳນານແລ້ວ.ຢູ່ ສູນປູກໝາກ, ທ່ານ ລົງເວີຍ ຍັງໄດ້ຮູ້ຈັກກັບຄຳສັບໃໝ່ກ່ຽວກັບໝາກອາໂວກາໂດຈຳນວນໜຶ່ງ. ເຊັ່ນ: ກອງບັນຊາການສ້າງໂຄງການພັດທະນາໝາກອາໂວກາໂດ ເມືອງໜຶ່ງອຸດສາຫະກຳໜຶ່ງ ຂອງເມືອງເມິ້ງລຽນ ຊຶ່ງໄດ້ຈັດສັນກຳລັງຂອງພາກສ່ວນຕ່າງໆຂອງເມືອງເມິ້ງລຽນ ເພື່ອຮັບໃຊ້ອຸດສາຫະກຳປູກຕົ້ນໝາກອາໂວກາໂດ, ວຽກງານຈຸດໜັກໄດ້ຈາກການປູກຕົ້ນໄມ້ໃຫ້ໝາກ ຂະຫຍາຍໄປສູ່ລະບົບປຸ່ງແຕ່ງ ແລະ ການພັດທະນາແບບເຊື່ອມໂຍງລະຫວ່າງອຸດສາຫະກຳທີ 1, ອຸດສາຫະກຳທີ 2 ແລະ ອຸດສາຫະກຳທີ 3. ຍັງມີ “ບ້ານ Freshipo”. ບ້ານມາງຊິນ ເມືອງເມິ້ງລຽນເປັນ “ບ້ານ Freshippo” ທີ່ສະໜອງໝາກອາໂວກາໂດ ບ້ານທຳອິດຂອງຈີນ, ທ່ານ ໂຮຢຸ້ຍ (Hou Yu) ນັກທຸລະກິດຈັດຊື້ໝາກໄມ້ສຳລັບບໍລິສັດ Freshippo ກ່າວວ່າ, ໝາກອາໂວກາໂດ ເມືອງເມິ້ງລຽນ ຈາກສວນໄປເຖິງຄອບຄົວລູກຄ້າ ຕົວເມືອງໃຫຍ່ຕ່າງໆຂອງຈີນ ຕ້ອງໃຊ້ເວລາພຽງ 72 ຊົ່ວໂມງເທົ່ານັ້ນ. ປັດຈຸບັນ, ການຈຳໜ່າຍ ໝາກອາໂວກາໂດ ເມືອງເມິ້ງລຽນ ຢູ່ຕາມບໍລິສັດ Freshippo ໄດ້ປົກຄຸມ 28 ຕົວເມືອງຂອງຈີນແລ້ວ.

ປັດຈຸບັນນີ້, ຄົນທັງຫຼາຍໄດ້ເຂົ້າຮ່ວມການປູກ, ການປຸງແຕ່ງ, ການຂົນສົ່ງ, ການຈຳໜ່າຍ ແລະ ການໂຄສະນາເຜີຍແຜ່ ໝາກອາໂວກາໂດ ນັບມື້ນັບຫຼາຍຂຶ້ນ, ຄວາມສູ້ຊົນຜ່ານຜ່າຂອງຊາວເມືອງເມິ້ງລຽນ ໄດ້ເພີ່ມພະລັງຂັບເຄື່ອນຢ່າງບໍ່ຂາດສາຍ ໃຫ້ແກ່ການພັດທະນາອຸດສາຫະກຳ ການຜະລິດໝາກອາໂວກາໂດ.

ຂ່າວ: Liu Ziyu, GuoYao, Li Wenjun; ພາບໂດຍ: Zhang Ruogu, Guo Yao, Shen Hao, Hu Meijun ແຫຼ່ງຂ່າວ:ຂ່າວສານ ຢຸນນານ-ຈີນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments