Saturday, July 27, 2024
Homeຂ່າວພາຍໃນສຊປລ ຫວນຄືນວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ແລະ ວັນສໍາຄັນຕ່າງໆຂອງຊາດ

ສຊປລ ຫວນຄືນວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ແລະ ວັນສໍາຄັນຕ່າງໆຂອງຊາດ

ກົມອົບຮົມຊາວໜຸ່ມ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ຮ່ວມກັບ ຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ນະຄອນຫຼວງວຽງຈັນ ໄດ້ຈັດພິທີປາຖະກະຖາ ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 69 ປີ, ວັນຄຽດແຄ້ນຂອງປະຊາຊົນລາວ-ວັນລະນຶກນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 78 ປີ ແລະ ວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ຄົບ ຮອບ 69 ປີ ຂຶ້ນໃນວັນທີ 26 ມີນາ ນີ້ ທີ່ ສຊປລ. ໃຫ້ກຽດປາຖະກະຖາ ໂດຍ ສະຫາຍ ມອນໄຊ ລາວມົວຊົ່ງ ກໍາມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ. ມີບັນດາສະຫາຍ ຄະນະຊາວໜຸ່ມຈາກ ນະຄອນຫຼວງວຽງຈັນ, ຄະນະຊາວໜຸ່ມບັນດາພະແນກການອ້ອມຂ້າງ ນະຄອນຫຼວງວຽງຈັນ, ຊາວໜຸ່ມ-ເຍົາວະຊົນທີ່ມາຈາກ ມ.ສ ໂພນທັນ ເຂົ້າຮ່ວມ.

ໃນການປະຖະກາຖາຄັ້ງນີ້ ເພື່ອເປັນການລະນຶກເຖິງ ວັນຄຽດແຄ້ນຂອງປະຊາຊົນລາວ ວັນລະນຶກນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 78 ປີ (ວັນທີ 21 ມີນາ 1946–21 ມີນາ 2024), ຫວນຄືນມູນເຊື້ອໃນການນໍາພາ-ຊີ້ນໍາ ຂອງພັກປະຊາຊົນ ປະຕິວັດລາວ ໃນການຕໍ່ສູ້ຕີເອົາຊະນະຈັກກະພັດຕ່າງດ້າວຜູ້ຮຸກຮານ, ມູນເຊື້ອໃນການປົກປັກຮັກສາ, ສ້າງສາພັດທະນາປະເທດຊາດ ຄົບຮອບ 69 ປີ (ວັນທີ 22 ມີນາ 1955 – 22 ມີນາ 2024) ພ້ອມທັງຫວນຄືນມູນເຊື້ອອັນພິລະອາດຫານ ແລະ ຂະບວນການແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ຄົບຮອບ 69 ປີ (ວັນທີ 14 ເມສາ 1955 – 14 ເມສາ 2024). ນອກນີ້, ຍັງໄດ້ມີກິດຈະກໍາຖາມ – ຕອບ ກ່ຽວກັບສະພາບການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນແບບເກົ່າ ຂອງໜ່ວຍພັກເມືອງທ່າແຂກ ແຂວງຄໍາມ່ວນ, ການກໍາເນີດຂອງພັກປະຊາຊົນ ປະຕິວັດລາວ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ເພື່ອຮັບຂອງລາງວັນ.

ຂ່າວ-ພາບ: ສຊປລ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments