Sunday, September 8, 2024
Homeຂ່າວຕ່າງປະເທດເຂດເສດຖະກິດເອີຣົບ ຈະນໍາໃຊ້ນະໂຍບາຍການເງິນທີ່ເຄັ່ງຄັດຂຶ້ນກວ່າເກົ່າ

ເຂດເສດຖະກິດເອີຣົບ ຈະນໍາໃຊ້ນະໂຍບາຍການເງິນທີ່ເຄັ່ງຄັດຂຶ້ນກວ່າເກົ່າ

ຂ່າວສານຫວຽດນາມລາຍງານວ່າ: ເມື່ອບໍ່ດົນມານີ້ ໃນກອງປະຊຸມສຸດຍອດຂອງສະຫະພາບເອີຣົບ (EU), ບັນດາຜູ້ນຳ ໄດ້ເຫັນດີກ່ຽວກັບນະໂຍບາຍການເງິນທີ່ເຄັ່ງຄັດຂຶ້ນກວ່າເກົ່າສຳລັບເຂດເສດຖະກິດເອີຣົບ (EEA) ໃນປີ 2025, ເພື່ອຊ່ວຍຫຼຸດຜ່ອນອັດຕາເງິນເຟີ້ ແລະ ເຮັດໃຫ້ການເງິນສາທາລະນະມີສະຖຽນລະພາບ, ພາຍຫຼັງການໃຊ້ຈ່າຍຫຼາຍເກີນໄປໃນໄລຍະທີ່ເກີດພະຍາດລະບາດໂຄວິດ-19 ແລະ ວິກິດການລາຄາພະລັງງານ.EEA ມີສະມາຊິກ 30 ປະເທດ, ໃນນັ້ນມີ 27 ປະເທດໃນ EU ແລະ 3 ປະເທດ ສະມາຄົມການຄ້າເສລີເອີຣົບ (EFTA).ຄະນະກຳມະການເອີຣົບ (EC) ຄາດຄະເນວ່າ, ການຂາດດຸນງົບປະມານລວມຂອງເຂດເອີຣົບ ໃນປີ 2024 ຈະຫຼຸດລົງເປັນ 2,8% ຂອງ GDP, ເມື່ອທຽບໃສ່ 3,2% ໃນປີ 2023, ແລ້ວຫຼຸດໜ້ອຍລົງເປັນ 2,7% ຂອງ GDP ໃນປີ 2025.ຕາມການຄາດຄະເນຂອງທະນາຄານກາງເອີຣົບ, ອັດຕາເງິນເຟີ້ຂອງຜູ້ບໍລິໂພກຈະຫຼຸດລົງຈາກ 5,4% ໃນປີ 2023 ເປັນ 2,3% ໃນປີ 2024 ແລະ ຫຼຸດລົງ 2,0% ໃນປີ 2025, ບັນລຸ 1,9% ໃນປີ 2026.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments