Home ແຈ້ງການສໍາຄັນ ສະພາບອາກາດ ວັນທີ 26 ມີນາ 2024

ສະພາບອາກາດ ວັນທີ 26 ມີນາ 2024

0

ຄວາມກົດດັນສູງຂອງອາກາດ ເຢັນທີີ່ປະເທດຈີນ ໄດ້ແຜ່ລົງມາປົກຄຸມຢູ່ເຂດພາກເໜືອຂອງປະເທດລາວ ດ້ວຍກໍາລັງອ່ອນ, ສ່ວນແຂວງພາກກາງ ລົງຫາ ພາກໃຕ້ ຄວາມກົດດັນຕໍ່າ ຂອງອາກາດຮ້ອນຍັງປົກຄຸມ, ສົມທົບກັບກະແສລົມຕາເວັນອອກສ່ຽງໃຕ້ ພັດປົກຄຸມເປັນສ່ວນໃຫຍ່. ຊຶ່ງຈະເຮັດໃຫ້ອາກາດເຢັນໃນຕອນເຊົ້າຢູ່ ແຂວງພາກເໜືອ, ແຂວງໄຊສົມບູນ ແລະເຂດພູພຽງບໍລະເວນ, ສ່ວນ ຕອນບ່າຍອາກາດຍັງຈະຮ້ອນ ຫາ ຮ້ອນເອົ້າຢູ່ທົ່ວໄປ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ໃນແຕ່ລະພາກ.

ສໍາລັບນະຄອນຫລວງວຽງຈັນ: ອາກາດເຢັນໃນຕອນເຊົ້າ ພ້ອມຈະມີ ລົມພັດແຮງເປັນບາງໂອກາດ. ອຸນຫະພູມໃນລະຫວ່າງ 24-35 ອົງສາ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version