Home ແຈ້ງການສໍາຄັນ ສະພາບອາກາດ ວັນທີ 25 ມີນາ 2024

ສະພາບອາກາດ ວັນທີ 25 ມີນາ 2024

0

ສະພາບອາກາດ ປະຈໍາວັນທີ 25 ມີນາ 2024, ເວລາ 12:00 ໂມງ. ຄວາມກົດດັນຕໍາາຂອງອາກາດຮ້ອນໄດ້ປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມ ຕາເວັນຕົກ-ຕາເວັນຕົກສ່ຽງໃຕ້ພັດປົກຄຸມ. ຊຶ່ງຈະເຮັດໃຫ້ອາກາດເຢັນ ໃນຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງ ບໍລະເວນ, ສ່ວນຕອນບ່າຍອາກາດຮ້ອນ ຫາ ຮ້ອນເອົ້າຢູ່ທົ່ວໄປໃນແຕ່ລະ ພາກ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ພ້ອມມີ ລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກກາງ ລົງຫາ ພາກໃຕ້.

ລາຍງານຂໍ້ມນອຸຕຸກະເສດປະຈໍາອາທິດ ສໍາລັບເຂົ້ານາແຊງ ແລະ ພືດ ຜັກ, ໃນໄລຍະວັນທີ 25 ຫາ 31 ມີນາ 2024.ໃນໄລຍະໜຶ່ງອາທິດຂ້າງໜ້າ ແມ່ນມີຄວາມສ່ຽງອາກາດຮ້ອນເອົ້າຢູ່ໃນເຂດເມືອງ ຄື: ເມືອງຫາດຊາຍ ຟອງ ນະຄອນຫລວງວຽງຈັນ. ໃຫ້ປະຊາຊົນເພີ່ມທະວີຕິດຕາມເຝົ້າລະວັງ ແລະ ນໍາໃຊ້ມາດຕະການທີ່ເໜາະສົມຕາມການແນະນໍາຈາກຂະແໜງ ກະສີກໍາ ເພື່ອຫລຸດຜ່ອນຄວາມເສຍຫາຍຈາກຄວາມສ່ຽງສະພາບ ອາກາດຮ້ອນເອົ້າຢູ່ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ, ທີ່ມີຄວາມສ່ຽງລະດັບສງ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version