Sunday, September 8, 2024
HomeUncategorizedປະທານກຳມະບານ ເຄື່ອນໄຫວຊຸກຍູ້ວຽກງານ ຢູ່ແຂວງ ເຊກອງ

ປະທານກຳມະບານ ເຄື່ອນໄຫວຊຸກຍູ້ວຽກງານ ຢູ່ແຂວງ ເຊກອງ

ທ່ານ ເລັດ ໄຊຍະພອນ ກໍາມະການສູນກາງພັກ, ປະທານສູນກາງສະຫະພັນກໍາມະບານລາວ(ສກລ) ພ້ອມຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ການເຄື່ອນໄຫວວຽກງານຮອບດ້ານ ແລະ ການກະ ກຽມດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງກໍາມະບານ ຢູ່ແຂວງເຊກອງ ໂດຍໄດ້ເຂົ້າພົບທ່ານ ເຫລັກ ໄຫລ ສີວິໄລ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງເຊກອງ ໃນວັນທີ 17 ມີນາ 2024 ທີ່ຫ້ອງວ່າການແຂວງເຊກອງ.

ໂອກາດນີ້, ທ່ານ ເລັດ ໄຊຍະພອນ ໄດ້ແຈ້ງຈຸດປະສົງການມາເຄື່ອນໄຫວວຽກງານ ຢູ່ແຂວງເຊກອງ ຄັ້ງນີ້ ເພື່ອເປັນການຕິດຕາມ ແລະ ຊຸກຍູ້ການກະກຽມດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງສະຫະ ພັນກໍາມະບານແຂວງ ໂດຍສະເພາະແມ່ນການກະກຽມດ້ານຂະບວນການ, ດ້ານເນື້ອໃນບົດລາຍງານການເມືອງ ກໍຄື ແຜນພັດທະນາວຽກງານກໍາມະບານ, ລວມທັງດ້ານໂຄງປະກອບບຸກຄະລາກອນ ແລະ ດ້ານອື່ນໆ ໃຫ້ຖືກຕ້ອງສອດຄ່ອງກັບສະພາບຈຸດພິເສດ, ທ່າແຮງບົ່ມຊ້ອນ ແລະ ຄວາມສາມາດຕົວຈິງ ຂອງແຕ່ລະຮາກຖານທ້ອງຖິ່ນຕົນ. ທັງນີ້, ເພື່ອເຮັດໃຫ້ການດໍາເນີນກອງປະຊຸມໃຫຍ່ ຂອງອົງການ ຈັດຕັ້ງສະຫະພັນກໍາມະບານແຕ່ລະຂັ້ນ ຖືກຕ້ອງຕາມແນວທາງຂອງພັກ-ລັດ ແລະ ການພັດທະນາວຽກງານກໍາມະບານໃນຕໍ່ໜ້າ ມີຜົນສໍາເລັດໃໝ່ທີ່ຍິ່ງໃຫຍ່ກວ່າເກົ່າ.

ໂອກາດດຽວກັນ, ທ່ານ ເຫລັກໄຫລ ສີວິໄລ ກໍໄດ້ສະແດງຄວາມຂອບໃຈຕໍ່ທ່ານ ປະທານ ສກລ ພ້ອມຄະນະ ທີ່ລົງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກງານ ຢູ່ແຂວງເຊກອງ ໃນຄັ້ງນີ້, ອົງການຈັດ ຕັ້ງກໍາມະບານ ແມ່ນອົງການຈັດຕັ້ງໜຶ່ງທີ່ສໍາຄັນ ໃນລະບົບການເມືອງຂອງພັກ-ລັດ ເຊິ່ງເວລາໃດຄະນະພັກ-ອົງການປົກຄອງແຂວງ ກໍໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ ແລະ ສ້າງເງື່ອນໄຂອໍານວຍຄວາມສະດວກ ໃຫ້ສະຫະພັນກໍາມະບານແຂວງ ໄດ້ເຄື່ອນໄຫວປະຕິບັດໜ້າທີ່ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ໃຫ້ສາມາດຍາດໄດ້ຜົນສໍາເລັດຫລາຍໆດ້ານ ໂດຍສະເພາະແມ່ນວຽກງານເຕົ້າໂຮມຄວາມສາມັກຄີ, ວຽກງານປົກປ້ອງສິດ ແລະ ຜົນປະໂຫຍດຂອງສະມາຊິກກໍາມະບານ, ກໍາມະກອນ ແລະ ຊາວຜູ້ອອກ ແຮງງານ. ສ່ວນການກະກຽມດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ແມ່ນໄດ້ສຸມໃສ່ໃນໄລຍະຜ່ດ້ານບຸກຄະລາກອນ ແລະ ເນື້ອໃນເປັນບັນຫາສໍາຄັນ ເຊິ່ງໃນໄລຍະຜ່ານມາ, ຄະນະກໍາມະບານແຕ່ລະຂັ້ນ ກໍແມ່ນຄະ ນະພັກຂັ້ນນັ້ນໆເປັນປະທານ.

ຂ່າວ-ພາບ: ສັນຍາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments