Home ຂ່າວຕ່າງປະເທດ ຣັດເຊຍ ເລີ່ມປ່ອນບັດເລືອກຕັ້ງປະທານາທິບໍດີຢ່າງເປັນທາງການ

ຣັດເຊຍ ເລີ່ມປ່ອນບັດເລືອກຕັ້ງປະທານາທິບໍດີຢ່າງເປັນທາງການ

0
Burov Denis, rector of the Maritime State University named after admiral Gennady Nevelskoy, votes in the presidential election in the far eastern city of Vladivostok, Russia, March 15, 2024. REUTERS/Tatiana Meel

ວິທະຍຸ ສາກົນ ແຫ່ງ ສປ ຈີນ, ການປ່ອນບັດ ເລືອກຕັ້ງ ປະທານາ ທິບໍດີ ຣັດເຊຍ ປີ 2024 ໄດ້ເລີ່ມຂຶ້ນ ຢ່າງເປັນທາງການ ໃນເວລາ 8:00 ໂມງ ວັນທີ 15 ມີນານີ້, ອີງຕາມຂໍ້ມູນ ທີ່ຄະນະ ກໍາມະການ ເລືອກຕັ້ງ ສູນກາງ ຣັດເຊຍ ແຈ້ງໃຫ້ຮູ້ວ່າ: ມີພົນລະເມືອງ ຣັດເຊຍ ປະມານ 110.000.000 ຄົນ ມີສິດ ປ່ອນບັດ ເລືອກຕັ້ງ. ໃນນັ້ນ ມີຫລາຍກວ່າ 1.800.000 ຄົນ ແມ່ນໄດ້ດໍາລົງ ຊີວິດ ຢູ່ຕ່າງປະເທດ ໃນໄລຍະຍາວ. ຣັດເຊຍ ໄດ້ສ້າງຕັ້ງ ຈຸດປ່ອນບັດ 90.000 ກວ່າຈຸດ ສໍາລັບ ການເລືອກຕັ້ງ ເທື່ອນີ້ ຊຶ່ງຈຸດປ່ອນບັດ ເຫລົ່ານີ້ ຈະເປີດຮັບ ການປ່ອນບັດ ແຕ່ເວລາ 8:00 ໂມງເຖິງ 20:00 ໂມງ ລະຫວ່າງ ວັນທີ 15-17 ມີນານີ້. ການເລືອກຕັ້ງ ເທື່ອນີ້ ໄດ້ຈັດໃຫ້ມີ ການປ່ອນບັດ ເອເລັກໂຕຣນິກ ໄລຍະໄກ ເປັນເທື່ອທໍາອິດ, ປະຊາຊົນ ຜູ້ມີສິດປ່ອນບັດ ເລືອກຕັ້ງ ຈາກ 20 ກວ່າເຂດແຄວ້ນ ສາມາດ ຍື່ນໃບ ຮ້ອງຂໍ ການປ່ອນບັດ ເລືອກຕັ້ງ ໄລຍະໄກ ລະຫວ່າງ ວັນທີ 29 ມັງກອນ ເຖິງວັນທີ 11 ມີນານີ້. ຕາມກົດລະບຽບ ການເລືອກຕັ້ງ ປະທານາທິບໍດີ ຣັດເຊຍ, ຜູ້ສະໝັກຮັບ ເລືອກຕັ້ງ ທີ່ໄດ້ຮັບບັດ ເລືອກຕັ້ງ ຫລາຍກວ່າ 50% ຈະໄດ້ຮັບ ການເລືອກຕັ້ງ ເປັນປະທານາ ທິບໍດີ ຣັດເຊຍ. ຄະນະ ກໍາມະການ ເລືອກຕັ້ງ ສູນກາງ ຣັດເຊຍ ຈະຢືນຢັນ ຜົນການເລືອກຕັ້ງ ປະທານາທິບໍດີ ເທື່ອນີ້ ພາຍໃນ ວັນທີ 28 ມີນານີ້ ແລະ ຈະປະກາດ ຜົນການເລືອກຕັ້ງ ພາຍໃນ 3 ວັນ ຫລັງຈາກ ໄດ້ຢືນຢັນຜົນ ການເລືອກຕັ້ງ ໃນຄັ້ງນີ້.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version