Sunday, September 8, 2024
Homeຂ່າວພາຍໃນສິນຄ້າລາວ ຈະດີຂຶ້ນ ຖ້າຮ່ວມໃຈຢຸດສົ່ງເສີມ ສິນຄ້າພາຍນອກ

ສິນຄ້າລາວ ຈະດີຂຶ້ນ ຖ້າຮ່ວມໃຈຢຸດສົ່ງເສີມ ສິນຄ້າພາຍນອກ

ປັດຈຸບັນ ສິນຄ້າຜະລິດຕະພັນລາວ ຖືວ່າມີຄຸນນະພາບ ແລະ ມາດຖານ ຢູ່ໃນລະດັບໜຶ່ງ ເຊິ່ງສັງຄົມໃຫ້ການຍ້ອມຮັບ ແລະ ຊົມໃຊ້ ເປັນຈຳນວນຫລາຍ ແລະ ໃນອະນາຄົດ ເຊື່ອວ່າຈະໄປໄດ້ດີກວ່ານີ້ ຖ້າປະຊາ ຊົນລາວບັນດາເຜົ່າ ຮ່ວມໃຈກັນ ສະໜັບສະໜູນຜະລິດຕະພັນລາວ, ຫລຸດຜ່ອນການນຳໃຊ້ຜະລິດຕະພັນພາຍນອກ ທີ່ມີສິນຄ້າລາວຢູ່ແລ້ວ ເຊິ່ງສິນຄ້າລາວໄດ້ຮັບການສົ່ງເສີມ ຢ່າງເຕັມທີ່ຈາກ ພາກລັດ ແລະ ເອກະຊົນ ເພື່ອຊ່ວຍໃຫ້ປະ ເທດຊາດ ຫລຸດພົ້ນຈາກສະພາບເສດຖະກິດ ກໍຄື ບັນຫາເງິນເຟີ້ ເຊິ່ງລັດຖະບານ ກໍຄື ກະຊວງອຸດສາຫະກຳ ແລະ ການຄ້າ ລວມເຖິງພາກສ່ວນທີ່ກ່ຽວຂ້ອງ ໄດ້ສຸມເຫື່ອເທແຮງຮ່ວມມືກັບຜູ້ປະກອບການ ແລະ ຜູ້ຜະລິດພາຍໃນ ຢ່າງຈິງຈັງ ເພື່ອສົ່ງເສີມການຜະລິດພາຍໃນ ໃຫ້ພຽງພໍຕໍ່ການຊົມໃຊ້ຂອງ ພໍ່ແມ່ປະຊາຊົນລາວ ໃນລາຄາທີ່ຖືກ ແລະ ມີຄຸນນະພາບ.

ປັດຈຸບັນ, ໃນງານວາງສະແດງຜະລິດຕະພັນຕ່າງໆ ແລະ ຢູ່ຮ້ານຄ້າຊັ້ນນໍາຂອງລາວ ແມ່ນພົບເຫັນສິນຄ້າລາວຫລາຍຂຶ້ນ, ລວມເຖິງປະຊາຊົນລາວຈໍານວນຫລາຍ ໄດ້ຮ່ວມແຮງຮ່ວມໃຈ ປ່ຽນພຶດຕິກຳການຊົມໃຊ້ ຈຶ່ງເຮັດໃຫ້ສິນຄ້າລາວພົ້ນເດັ່ນໃນປີ 2024, ແຕ່ກໍຍັງມີບາງ ສື່ອອນລາຍ ທີ່ບໍ່ເຫັນຄວາມສຳຄັນຂອງການສຸມເຫື່ອແຮງຄັ້ງນີ້ ໂດຍອີງໃສ່ຜົນປະໂຫຍດຂອງສ່ວນຕົວ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments