Sunday, September 8, 2024
Homeຂ່າວຕ່າງປະເທດນາຍົກຫວຽດນາມ ເປັນປະທານກອງປະຊຸມການບໍລິຫານນະໂຍບາຍເງິນຕາປີ 2024

ນາຍົກຫວຽດນາມ ເປັນປະທານກອງປະຊຸມການບໍລິຫານນະໂຍບາຍເງິນຕາປີ 2024

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 14 ມີນາ ຜ່ານມາ ຢູ່ສຳນັກງານລັດຖະບານ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມຜັນຂະຫຍາຍໜ້າທີ່ບໍລິຫານນະໂຍບາຍເງິນຕາ ປີ 2024, ສຸມໃສ່ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ການຜະລິດ, ດຳເນີນທຸລະກິດ, ຊຸກຍູ້ການເຕີບໂຕ ແລະ ຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ.

ທ່ານ ຟ້າມມິງຈິງ ກ່າວຄຳເຫັນໃນກອງປະຊຸມວ່າ: ການຄາດຄະເນສະພາບການໂລກ ປີ 2024 ຍັງມີຄວາມຫຍຸ້ງຍາກ ແລະ ມີສິ່ງທ້າທາຍຫຼາຍຢ່າງຍ້ອນການປະທະກັນ, ຜົນສະທ້ອນຈາກພະຍາດ, ບັນດາພື້ນຖານເສດຖະກິດໃຫຍ່ໃນທົ່ວໂລກ ຍັງປະສົບກັບຄວາມຫຍຸ້ງຍາກ, ສົ່ງຜົນກະທົບຕໍ່ພື້ນຖານເສດຖະກິດ ຫວຽດນາມ. ໃນສະພາບການນັ້ນ, ພັກ, ລັດຖະບານ ຫວຽດນາມ ໄດ້ມີຄວາມເອົາໃຈໃສ່, ມີຫຼາຍກົນໄກ, ນະໂຍບາຍ ແລະ ຊີ້ນຳ, ບໍລິຫານຢ່າງລະອຽດ, ຕິດແທດກັບຕົວຈິງ ເພື່ອໃຫ້ລະບົບທະນາຄານພັດທະນາແບບຍືນຍົງ, ປອດໄພ, ປະກອບສ່ວນເຂົ້າໃນພາລະກິດແຫ່ງການປ່ຽນແປງໃໝ່, ເຊື່ອມໂຍງ ແລະ ພັດທະນາຂອງປະເທດຊາດ. ເຖິງຢ່າງໃດກໍຕາມ, ພື້ນຖານເສດຖະກິດຍັງມີຂໍ້ຄົງຄ້າງ, ຂໍ້ຈຳກັດ ແລະ ສືບຕໍ່ປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ. ຮຽກຮ້ອງໃຫ້ບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມສຸມໃສ່ປຶກສາຫາລື, ວາງອອກວິທີການລະອຽດ ເພື່ອບໍລິຫານນະໂຍບາຍເງິນຕາ, ແກ້ໄຂຄວາມຫຍຸ້ງຍາກ ໃຫ້ແກ່ການຜະລິດ, ດຳເນີນທຸລະກິດ, ຊຸກຍູ້ການເຕີບໂຕ, ຄວບຄຸມໄພເງິນເຟີ້, ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຮັບປະກັນຄວາມດຸ່ນດ່ຽງໃຫຍ່.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments