Sunday, September 8, 2024
Homeຂ່າວໜ້າໜຶ່ງເລຂາທິການໃຫຍ່ ຕ້ອນຮັບຄະນະພັກນະຄອນຫລວງຮ່າໂນ້ຍ

ເລຂາທິການໃຫຍ່ ຕ້ອນຮັບຄະນະພັກນະຄອນຫລວງຮ່າໂນ້ຍ

ວັນທີ 12 ມີນາ 2024 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາ ທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ສະຫາຍ ດິງ ຕຽນ ຢຸງ ກຳມະການກົມການເມືອງສູນກາງພັກ, ເລຂາຄະນະພັກນະຄອນຫລວງຮ່າໂນ້ຍ ພ້ອມດ້ວຍພັນລະຍາ ແລະ ຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ລະຫວ່າງວັນທີ 11-12 ມີນາ 2024 ນີ້.

ໃນໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມ ຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ ສະຫາຍ ດິງ ຕຽນ ຢຸງ ທີ່ໄດ້ນຳພາຄະນະ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນສໍາຄັນ ເຂົ້າໃນການ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ໄດ້ຮັບການພັດທະນາ ແລະ ແຕກດອກອອກຜົນຂຶ້ນໄປເລື້ອຍໆ ກໍຄື ເປັນການຮັດແໜ້ນການພົວພັນຮ່ວມມື ລະຫວ່າງ ນະຄອນ ຫລວງວຽງຈັນ ແລະ ນະຄອນຫລວງຮ່າໂນ້ຍ ໃຫ້ໄດ້ຮັບການພັດ ທະນາ ແລະ ສືບຕໍ່ໃຫ້ການຮ່ວມມືແລກປ່ຽນບົດຮຽນ ໃນດ້ານຕ່າງໆ ເຊິ່ງກັນ ແລະ ກັນ ຕະຫລອດໄປ.

ພ້ອມນີ້ ໄດ້ສະແດງຄວາມຂອບໃຈຕໍ່ພັກ ແລະ ລັດຖະບານ ຫວຽດນາມ ທີ່ໄດ້ໃຫ້ການສະໜັບສະໜູນ, ຊຸກຍູ້, ສົ່ງເສີມ, ຊ່ວຍ ເຫລືອແກ່ ພັກ, ລັດຖະບານ ແຫ່ງ ສປປ ລາວ ໃນທຸກຂົງເຂດວຽກງານ ມາໂດຍຕະຫລອດ ອັນໄດ້ປະກອບສ່ວນເຮັດໃຫ້ ການພັດທະນາ ເສດຖະກິດ-ສັງຄົມ ຂອງ ສປປ ລາວ ມີທ່າກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ສະແດງຄວາມຫວັງວ່າ ສາຍພົວພັນມິດຕະພາບອັນແໜ້ນແຟ້ນ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ຫວຽດນາມ ຈະໝັ້ນຄົງທະນົງແກ່ນ ແລະ ສືບຕໍ່ໃຫ້ການສະໜັບສະໜູນ ຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ຕະຫລອດໄປ.

ສະຫາຍ ດິງ ຕຽນ ຢຸງ ໄດ້ສະແດງຄວາມຂອບໃຈ ຕໍ່ສະຫາຍ ທອງລຸນ ສີສຸລິດ ທີ່ໄດ້ໃຫ້ການຕ້ອນຮັບ ຢ່າງອົບອຸ່ນໃນຄັ້ງນີ້, ພ້ອມທັງ ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ສາຍພົວ ພັນມິດຕະພາບ ແລະ ການຮ່ວມມືຮອບດ້ານ ໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ໃນທຸກຂົງເຂດວຽກງານ ໂດຍສະເພາະ ການ ແລກປ່ຽນການຢ້ຽມຢາມ ເຊິ່ງກັນ ແລະ ກັນ ຂອງການນຳຂັ້ນສູງ ຂອງສອງປະເທດ ຫວຽດນາມ-ລາວ ເຊິ່ງເປັນການປະກອບສ່ວນຮັດແໜ້ນ ການພົວພັນຮ່ວມມືອັນສະນິດສະໜົມ ລະຫວ່າງສອງພັກ, ສອງລັດ ຫວຽດນາມ-ລາວ ໃຫ້ໄດ້ຮັບການພັດທະນາ ຂຶ້ນໄປເລື້ອຍໆ. ພ້ອມນີ້, ສະຫາຍຍັງໄດ້ແຈ້ງຈຸດປະສົງຂອງການເດີນທາງມາ ສປປ ລາວ ໃນຄັ້ງນີ້, ໃຫ້ສະຫາຍ ເລຂາທິການໃຫຍ່ ຮັບຊາບ ຕື່ມອີກ.

ຂ່າວ-ພາບ: ທະນູທອງ ແລະ ເກດສະໜາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments