Saturday, July 27, 2024
Homeແຈ້ງການສໍາຄັນໄລຍະ 2 ເດືອນ ນວ ມີອັກຄີໄພເກີດຂຶ້ນ 15 ຄັ້ງ

ໄລຍະ 2 ເດືອນ ນວ ມີອັກຄີໄພເກີດຂຶ້ນ 15 ຄັ້ງ

ໃນໄລຍະ 2 ເດືອນ (ມັງກອນ-ກຸມພາ) ຕົ້ນປີ 2024 ນີ້, ຢູ່ນະຄອນຫລວງວຽງຈັນ (ນວ) ມີອັກຄີໄພເກີດຂຶ້ນ ທັງໝົດ 15 ຄັ້ງ. ໃນນີ້, ໄໝ້ເຮືອນ 7 ຫລັງ, ໄໝ້ລົດ 1 ຄັນ, ໄໝ້ພັດລົມດູດອາກາດ 2 ຄັ້ງ ແລະ ໄໝ້ປ່າ 5 ຄັ້ງ, ສ້າງຄວາມເສຍຫາຍຫລາຍກວ່າ 1 ຕື້ກີບ ແລະ 30 ພັນໂດລາສະຫະລັດ.

ທ່ານ ພັນໂທ ຄຳເພັດ ດາລາວົງ ຫົວໜ້າພະແນກສະກັດກັ້ນ ແລະ ຕ້ານອັກຄີໄພ ນະຄອນ ຫລວງວຽງຈັນ ລາຍງານໃຫ້ຮູ້ເມື່ອບໍ່ດົນນີ້ວ່າ: ໃນໄລຍະ 2 ເດືອນຕົ້ນປີ 2024 ນີ້, ອັກຄີໄພ ເກີດຂຶ້ນຢູ່ນະຄອນຫລວງວຽງຈັນ ມີທ່າອ່ຽງເພີ່ມຂຶ້ນ ທຽບໃສ່ໄລຍະດຽວຂອງປີຜ່ານມາ ໂດຍສະເພາະ ແມ່ນໄຟ ໄໝ້ປ່າ ເຊິ່ງເກີດຂຶ້ນຫລາຍກວ່າໝູ່ແມ່ນ ຢູ່ເມືອງໄຊທານີ ເນື່ອງຈາກມີເນື້ອທີ່ກວ້າງຂວາງ ແລະ ດິນເປົ່າວ່າງຫລາຍ ເຮັດໃຫ້ເກີດໄຟໄໝ້ປ່າໄດ້ງ່າຍ.

ເພື່ອປ້ອງກັນສະພາບອັກຄີໄພ ທີ່ອາດຈະເກີດຂຶ້ນ ໂດຍສະເພາະໃນໄລຍະອາກາດຮ້ອນອົບເອົ້າ ທີ່ຈະມາເຖິງນີ້, ໜ່ວຍງານທີ່ກ່ຽວຂ້ອງໄດ້ເອົາໃຈໃສ່ ລົງໂຄສະນາເຜີຍແຜ່ກ່ຽວກັບວຽກງານປ້ອງກັນອັກຄີໄພ ຢູ່ບັນດາສໍານັກງານ-ອົງການ, ໂຮງຈັກ, ໂຮງງານ, ໂຮງຮຽນ, ໂຮງໝໍ ແລະ ເຂດຊຸມຊົນຕ່າງໆ ທີ່ມີຄວາມສ່ຽງຢ່າງຕໍ່ເນື່ອງ. ນອກຈາກນີ້, ໄດ້ກະກຽມຄວາມພ້ອມດ້ານພາຫະນະ, ອຸປະກອນ ແລະ ກໍາລັງຄົນ ເພື່ອປະຈໍາການຕະຫລອດ 24 ຊົ່ວໂມງ, ລວມເຖິງປະສານງານກັບຈຸມອດໄຟ ໃນແຕ່ລະເມືອງ ແລະ ໜ່ວຍກູ້ໄພ ທີ່ມີລົດມອດໄຟ ເພື່ອພ້ອມກັນກຽມຄວາມພ້ອມຮັບມືກັບອັກຄີໄພ ເຊັ່ນດຽວກັນ.

ໂອກາດນີ້, ທ່ານ ພັນໂທ ຄຳເພັດ ດາລາວົງ ຍັງໄດ້ຮຽກຮ້ອງມາຍັງຜູ້ທີ່ອາໄສຢູ່ ນະຄອນຫລວງວຽງຈັນ ທຸກຄົນ ຈົ່ງເພີ່ມສະຕິໃນການຊົມໃຊ້ໄຟ ທັງໄຟຟ້າ, ໄຟດັງ ແລະ ການໄຕ້ທູບ, ຈູດທຽນຕ່າງໆ ໃຫ້ສູງຂຶ້ນກວ່າເກົ່າ. ສໍາລັບ ໄຟຟ້າ ເມື່ອຢຸດໃຊ້ງານແລ້ວຕ້ອງຖອດປັກສຽບທຸກຄັ້ງ ຫລື ມີການກວດກາອຸປະກອນໄຟຟ້າເປັນປະຈໍາ ເພື່ອຄວາມປອດໄພ.

ຂໍ້ມູນ: ວິທະຍຸແຫ່ງຊາດ

ພາບຈາກ: ອິນເຕີເນັດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments