Saturday, July 27, 2024
Homeຂ່າວການເມືອງສະພາແຫ່ງຊາດລາວ-ຫວຽດນາມພົບປະແລກປ່ຽນບົດຮຽນ

ສະພາແຫ່ງຊາດລາວ-ຫວຽດນາມພົບປະແລກປ່ຽນບົດຮຽນ

ກອງປະຊຸມແລກປ່ຽນບົດຮຽນລະຫວ່າງ ຄະນະເລຂາທິການສະພາແຫ່ງຊາດລາວ ແລະ ຫ້ອງວ່າການສະພາແຫ່ງຊາດຫວຽດນາມ ຄັ້ງທີ XII ໄດ້ຈັດຂຶ້ນຢູ່ແຂວງອຸດົມໄຊ ໃນວັນທີ 6 ມີນາ 2024 ຜ່ານມາ ໂດຍການເປັນປະທານຮ່ວມຂອງສະຫາຍ ນາງ ປິ່ງຄຳ ລາຊະສິມມາ ກໍາມະການສູນກາງພັກ ເລຂາທິການສະພາແຫ່ງຊາດ ແລະ ສະຫາຍ ບຸ່ຍ ວັນ ເກື່ອງ ກໍາມະການສູນກາງພັກກອມມູນິດຫວຽດນາມ ເລຂາທິການ ຫົວໜ້າຫ້ອງວ່າການສະພາແຫ່ງຊາດຫວຽດນາມ ໂດຍມີສະຫາຍ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ສະຫາຍເລຂາພັກແຂວງ, ເຈົ້າແຂວງໆອຸດົມໄຊ ບັນດາສະຫາຍຮອງເລຂາທິການ/ຮອງຫົວໜ້າຫ້ອງວ່າ ການສະພາແຫ່ງຊາດ ລາວ-ຫວຽດນາມ ເລຂາ-ຮອງເລຂາທິການສະພາປະຊາຊົນຂັ້ນແຂວງໃນເຂດເລືອກຕັ້ງທົ່ວປະເທດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ເປັນການປະກອບສ່ວນຮັດແໜ້ນ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ກໍຄືສອງສະພາແຫ່ງຊາດ ລາວ-ຫວຽດນາມ ໂດຍສະເພາະລະຫວ່າງຄະນະເລຂາທິການສະພາແຫ່ງຊາດລາວ ແລະ ຫ້ອງວ່າການສະພາແຫ່ງຊາດຫວຽດນາມ ໃຫ້ນັບມື້ກ້າວເຂົ້າສູ່ລວງເລິກ ແລະ ໄດ້ຮັບຜົນສໍາເລັດເປັນກ້າວໆ ທັງເປັນການສະຫຼຸບຕີລາຄາການຈັດຕັ້ງປະຕິບັດເນື້ອໃນບົດບັນທຶກວ່າດ້ວຍການພົວພັນຮ່ວມມືຂອງສອງຝ່າຍ ໃນໄລຍະປີ 2022-2024 ແລະ ທິດທາງແຜນການໄລຍະປີ 2024-2026 ເປັນໂອກາດດີເພື່ອແລກປ່ຽນບົດຮຽນຮ່ວມກັນໃນດ້ານການຫັນເປັນຫ້ອງສະໝຸດທັນສະໄໝ ແລະ ການລິເລີ່ມສ້າງຊ່ອງໂທລະພາບຂອງສະພາແຫ່ງຊາດລາວ.
ສະຫາຍ ນາງ ປິ່ງຄຳ ລາຊະສິມມາ ໄດ້ກ່າວວ່າ: ການພົບປະລະຫວ່າງສອງຫ້ອງວ່າການສະພາແຫ່ງຊາດລາວ-ຫວຽດນາມ ເປັນປະເພນີທີ່ສືບທອດມາຫລາຍຊຸດຂອງສອງສະພາແຫ່ງຊາດ ເພື່ອສ້າງເງື່ອນໄຂໃຫ້ພະນັກງານ-ລັດຖະກອນຂອງສອງສະພາແຫ່ງຊາດ ກໍຄືສອງຫ້ອງວ່າການສະພາແຫ່ງຊາດ ລາວ-ຫວຽດນາມ ໄດ້ພົບປະ, ສ້າງຄວາມລື້ງເຄີຍ ເສີມຂະຫຍາຍສາຍພົວພັນຮ່ວມມື ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໃນວຽກງານຂອງແຕ່ລະພາກສ່ວນ ການພົບປະໃນຄັ້ງນີ້ ຍັງເປັນການຜັນຂະຫຍາຍຜົນການພົບປະ ແລະ ຢ້ຽມຢາມສັນຖະວະໄມຕີຢ່າງເປັນທາງການຂອງຄະນະຜູ້ແທນຂັ້ນສູງຂອງສອງສະພາແຫ່ງຊາດ ສປປ ລາວ ແລະ ສສ ຫວຽດນາມ ເຊິ່ງສອງປະທານສະພາແຫ່ງຊາດ ລາວ-ຫວຽດນາມ ໄດ້ເຫັນດີນຳກັນໃນການລົງນາມສາຍພົວພັນຮ່ວມມືກ່ຽວກັບການສ້າງເງື່ອນໄຂໃຫ້ກົງຈັກເສນາທິການຂອງສະພາແຫ່ງຊາດລາວ-ຫວຽດນາມ ສືບຕໍ່ພົບປະແລກປ່ຽນບົດຮຽນນຳກັນ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ກົງຈັກເສນາທິການດ້ານຕ່າງໆ ແນໃສ່ເຮັດໃຫ້ການເປັນເສນາທິການ ນັບມື້ມີປະສິດທິພາບ-ປະສິດທິຜົນສູງຂຶ້ນ ທັງສ້າງເງື່ອນໄຂໃຫ້ແກ່ທັງສອງພາກສ່ວນເຄື່ອນໄຫວວຽກງານໃນເງື່ອນໄຂການເຊື່ອມໂຍງເສດຖະກິດກັບພາກພື້ນ ແລະ ສາກົນ ໂດຍຫັນໄປສູ່ທັນສະໄໝ, ກ້າວເຂົ້າສູ່ຄຸນນະພາບໃໝ່ ແລະ ນັບມື້ມີຫລາກຫລາຍສີສັນ. ພ້ອມກັນນັ້ນ, ເປັນການສ້າງເງ່ື່ອນໄຂໃຫ້ແກ່ການແລກປ່ຽນບົດຮຽນ, ປະສົບການ ໃນການເປັນເສນາທິການຮັບໃຊ້ວຽກງານຂອງສະພາແຫ່ງຊາດ.

ພ້ອມນີ້ ສະຫາຍ ບຸ່ຍ ວັນ ເກື່ອງ ໄດ້ຕີລາຄາສູງການດຳເນີນກອງປະຊຸມແລກປ່ຽນບົດຮຽນໃນຄັ້ງນີ້, ທົບທວນຄືນໝາກຜົນການຮ່ວມມືສອງຝ່າຍໃນໄລຍະຜ່ານມາ ແລະ ໄດ້ສະແດງຄວາມກຽມພ້ອມທີ່ຈະສະໜັບສະໜູນ ສປປ ລາວ ກໍຄື ສະພາແຫ່ງຊາດລາວ ໃນການເປັນປະທານໄອປາ ຄັ້ງທີ 45 ໃນທ້າຍປີ 2024 ແລະ ໄດ້ຢືນຢັນຈະສືບຕໍ່ເສີມຂະຫຍາຍສາຍພົວພັນພິເສດຫວຽດນາມ-ລາວ ໃຫ້ນັບມື້ນັບມີປະສິດທິຜົນຍິ່ງໆຂຶ້ນ.
ໂອກາດນີ້ ສະຫາຍ ນາງ ສູນທອນ ໄຊຍະຈັກ ໄດ້ມີຄຳເຫັນໂອ້ລົມ ໂດຍໄດ້ເນັ້ນວ່າ: ກອງປະຊຸມພົບປະ ແລກປ່ຽນບົດຮຽນລະຫວ່າງສອງຫ້ອງວ່າການສະພາແຫ່ງຊາດລາວ-ຫວຽດນາມ ເປັນກົນໄກທີ່ສໍາຄັນຂອງສອງສະພາແຫ່ງຊາດ ເຊິ່ງທຸກໆ 2 ປີ ທັງສອງຝ່າຍໄດ້ຜັດປ່ຽນກັນເປັນເຈົ້າພາບ ເປັນການປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບອັນຫຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ. ຄະນະປະຈໍາສະພາແຫ່ງຊາດລາວ ຕີລາຄາສູງຕໍ່ກອງປະຊຸມແລກປ່ຽນບົດຮຽນໃນຄັ້ງນີ້ ເຊິ່ງສອງຝ່າຍໄດ້ຮ່ວມກັນຕີລາຄາຄືນຕໍ່ໝາກຜົນການປະສານສົມທົບ ການພົວພັນຮ່ວມມືລະຫວ່າງຄະນະເລຂາທິການສະພາແຫ່ງຊາດລາວ ແລະ ຫ້ອງວ່າການສະພາແຫ່ງຊາດຫວຽດນາມ ໃນໄລຍະຜ່ານມາ ໃນການເປັນເສນາທິການຮອບດ້ານໃຫ້ແກ່ສະພາແຫ່ງຊາດ ກໍຄືຄະນະປະຈໍາສະພາແຫ່ງຊາດ ເປັນຕົ້ນການຕ້ອນຮັບ ແລະ ແລກປ່ຽນການຢ້ຽມຢາມ, ການຕິດຕາມກວດກາ, ການພົວພັນຮ່ວມມືໃນເວທີລັດຖະສະພາພາກພື້ນ ແລະ ສາກົນ, ການຈັດຕັ້ງກອງປະຊຸມສຳມະນາແລກປ່ຽນບົດຮຽນ, ການບໍາລຸງສ້າງພະນັກງານ-ຍົກລະດັບພາສາຫວຽດ, ການສົ່ງພະນັກງານໄປຝຶກງານ, ວຽກງານຫໍສະໝຸດ, ວຽກງານຫໍມູນເຊື້ອຂອງສະພາແຫ່ງຊາດ ວຽກງານບໍາລຸງກໍ່ສ້າງພະນັກງານດ້ານເຕັກນິກໃນຂົງເຂດຄຸ້ມຄອງ ບູລະນະ ສ້ອມແປງ ແລະ ນໍາໃຊ້ຫໍສະພາແຫ່ງຊາດ ໃຫ້ນັບມື້ນັບມີປະສິດທິຜົນ ແລະ ໄດ້ສະແດງຄວາມເຊື່ອໝັ້ນວ່າ ສອງຫ້ອງວ່າການຂອງສອງສະພາແຫ່ງຊາດ ຈະສືບຕໍ່ປະສານສົມທົບ ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ເພື່ອເຮັດຫລ້ອນໜ້າທີ່ການເມືອງຂອງຕົນ.

ຂ່າວ-ພາບ: ນາງ ກຸກກິກ ບຸດດາໄຊ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments