Friday, October 18, 2024
Homeຂ່າວໜ້າໜຶ່ງກອງປະຊຸມເຜີຍແຜ່ຜົນການຄົ້ນຄວ້າປະຈໍາປີດ້ານໂພຊະນາການແຫ່ງຊາດ ຄັ້ງທີ V

ກອງປະຊຸມເຜີຍແຜ່ຜົນການຄົ້ນຄວ້າປະຈໍາປີດ້ານໂພຊະນາການແຫ່ງຊາດ ຄັ້ງທີ V

ລັດຖະບານ ແຫ່ງ ສປປ ລາວ ແລະ ຄູ່ຮ່ວມພັດທະນາ ຈັດກອງປະຊຸມ ເຜີຍແຜ່ຜົນການຄົ້ນຄວ້າປະຈໍາປີດ້ານໂພຊະນາການແຫ່ງຊາດ ຄັ້ງທີ V ໃນວັນທີ 5 ມີນາ ນີ້ ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານຮ່ວມຂອງ ທ່ານ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ທ່ານ ນາງ ອີນາ ມາຈຸລໍນີແຕ ເອກອັກຄະລັດຖະທູດ ສະຫະພາບເອີຣົບ ປະຈໍາ ສປປ ລາວ ແລະ ທ່ານ ນາງ ເພຍ ເຣເບລໂລ ບຣິດໂຕ ຜູ້ຕາງໜ້າອົງການອຸຍນີເຊັບ ປະຈໍາ ສປປ ລາວ; ມີບັນດາທ່ານຈາກທຸກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ນອກຈາກເຜີຍແຜ່ບົດຄົ້ນຄວ້າ, ກອງປະຊຸມຄັ້ງນີ້ຍັງເປັນການປຶກສາຫາລືກ່ຽວກັບ ຜົນການຄົ້ນ ຄວ້າໃໝ່ຫຼ້າສຸດຂອງວຽກງານໂພຊະນາການ ເພື່ອຊອກຫາມາດຕະການ ແລະ ຊຸກຍູ້ວຽກງານແກ້ໄຂບັນຫາການຂາດສານອາຫານຢູ່ ສປປ ລາວ ໂດຍມີບັນດາທ່ານຜູ້ຕາງໜ້າຈາກຂະແໜງການຕ່າງໆ, ລວມເຖິງລັດຖະບານ, ນັກວິຊາການ, ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ ເເລະ ອື່ນໆ ໄດ້ນໍາສະເໜີຜົນການຄົ້ນຄວ້າຫຼ້າສຸດກ່ຽວກັບໂພຊະນາການໃນປະເທດ ໃຫ້ແກ່ການນໍາຂັ້ນສູງຈາກລັດຖະບານ ແລະ ຄູ່ຮ່ວມພັດທະນາ, ລວມເຖິງ ລາຍງານຜົນຈາກການສໍາຫຼວດ ດັດຊະນີໝາຍສັງຄົມລາວ ຄັ້ງທີ III (LSIS III), ຊຶ່ງເປັນການສໍາຫຼວດ ລະດັບຊາດຄັ້ງທໍາອິດ ກ່ຽວກັບເດັກນ້ອຍ ແລະ ແມ່ຍິງລາວ ນັບຕັ້ງແຕ່ມີການລະບາດຂອງພະຍາດ ໂຄວິດ-19, ຄຽງຄູ່ກັບ ການລາຍງານ ຜົນການສໍາຫຼວດເຝົ້າລະວັງດ້ານໂພຊະນາການແຫ່ງຊາດ ຮອບທີ II ແລະ ຜົນການຄົ້ນຄວ້າອື່ນໆ.

ທ່ານ ສະຖາບັນດິດ ອິນສີຊຽງໃໝ່ ໄດ້ກ່າວວ່າ: ເພື່ອແກ້ໄຂບັນຫາການຂາດສານອາຫານໃນ ສປປ ລາວ ໃຫ້ມີປະສິດທິຜົນຫຼາຍຂຶ້ນ, ພວກເຮົາຕ້ອງນໍາໃຊ້ຖານຂໍ້ມູນຂ່າວສານ ເພື່ອເປັນທິດຊີ້ນໍາໃຫ້ເເກ່ການວາງຍຸດທະສາດ ແລະ ການແຊກແຊງຕ່າງໆກ່ຽວກັບການປັບປຸງໂພຊະນາການຂອງເດັກ ແລະ ແມ່ຍິງ; ສະນັ້ນ, ຈຶ່ງເປັນເຫດຜົນທີ່ພວກເຮົາໄດ້ຈັດຕັ້ງໂຄງການສ້າງຖານຂໍ້ມູນຂ່າວສານແຫ່ງຊາດດ້ານໂພຊະນາການ (NIPN) ຂຶ້ນໃນປີ 2018 ແລະ ກອງປະຊຸມເຜີຍແຜ່ຜົນການຄົ້ນຄວ້າດ້ານໂພຊະນາການ ແຫ່ງຊາດ ໃນແຕ່ລະປີ. ພ້ອມນີ້, ກໍຍັງໄດ້ເນັ້ນໃຫ້ ເຫັນເຖິງຄວາມຈໍາເປັນໃນການເພີ່ມທະວີ ການຈັດຕັ້ງປະຕິບັດວຽກງານແກ້ໄຂບັນຫາການຂາດສານອາຫານຢ່າງຮີບດ່ວນ ໂດຍອີງໃສ່ຜົນການຄົ້ນຄວ້າລ່າສຸດ ທີ່ໄດ້ຖືກເຜີຍເເຜ່ໃນກອງປະຊຸມຄັ້ງນີ້.

ອີງຕາມຜົນການສໍາຫຼວດ LSIS III ໄດ້ເຫັນວ່າ ຄວາມຄືບໜ້າໃນການແກ້ໄຂບັນຫາການຂາດສານອາຫານຢູ່ ສປປ ລາວ ນັ້ນ ໄດ້ມີການຢຸດຊະງັກ ຍ້ອນຜົນກະທົບທາງດ້ານເສດຖະກິດ-ສັງຄົມ ຈາກການແຜ່ລະບາດຂອງ ພະຍາດໂຄວິດ-19. ພ້ອມນັ້ນ, ການແກ້ໄຂການຂາດສານອາຫານແບບເຕັ້ຍ ກໍໄດ້ຢຸດຊະງັກລົງ; ໃນຂະນະທີ່, ອັດຕາການຂາດສານອາຫານແບບກະທັນຫັນນັ້ນ ກໍໄດ້ເພີ່ມຂຶ້ນ. ຜົນການ ຄົ້ນຄວ້າອື່ນໆ, ຍັງໄດ້ຊີ້ໃຫ້ເຫັນເຖິງຄວາມຈໍາເປັນ ໃນການສົ່ງເສີມພຶດຕິກໍາການກິນອາຫານທີ່ດີຂຶ້ນໃນກຸ່ມເດັກນ້ອຍ, ຜົນຂອງບັນຫາການຂາດສານອາຫານຕໍ່ການສຶກສາ ແລະ ຄວາມສໍາຄັນຂອງການນໍາໃຊ້ຂໍ້ມູນຂ່າວສານເປັນປະຈໍາໃນການຕັດສິນໃຈ ແລະ ການປະຕິດບັດ ວຽກງານໂພຊະນາການຕົວຈິງ.

ທ່ານ ນາງ ອີນາ ມາຈຸລໍນີແຕ ກ່າວວ່າ: ນະໂຍບາຍດ້ານໂພຊະນາການທີ່ເຂັ້ມແຂງ ຕ້ອງຖືກສ້າງຂຶ້ນບົນພື້ນຖານຂອງຖານຂໍ້ມູນຂ່າວສານທີ່ດີເທົ່ານັ້ນ. ດັ່ງນັ້ນ, ສະຫະພາບ ເອີຣົບ ຖືເປັນກຽດທີ່ພວກເຮົາສາມາດເຮັດວຽກຮ່ວມກັບລັດຖະບານແຫ່ງ ສປປ ລາວ ແລະ ຄູ່ຮ່ວມງານ ເພື່ອເສີມສ້າງຖານຂໍ້ມູນ ຂ່າວສານທີ່ມີຄຸນນະພາບໂດຍຜ່ານໂຄງການ NIPN ຂອງພວກເຮົາ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments