Sunday, September 8, 2024
Homeທຸລະກິດກຸ່ມປູກຜັກກະລໍາປີ ບ້ານຜາຮອມ, ເມືອງວັງວຽງ ຮຽກຮ້ອງໃຫ້ພາກລັດຊ່ວຍແກ້ໄຂ ຍ້ອນລາຄາກະລໍາປີຕົກຕໍ່າ

ກຸ່ມປູກຜັກກະລໍາປີ ບ້ານຜາຮອມ, ເມືອງວັງວຽງ ຮຽກຮ້ອງໃຫ້ພາກລັດຊ່ວຍແກ້ໄຂ ຍ້ອນລາຄາກະລໍາປີຕົກຕໍ່າ

ສະມາຊິກກຸ່ມປູກຜັກກະລໍາປີ ບ້ານຜາຮອມ, ເມືອງວັງວຽງ, ແຂວງວຽງຈັນ ຈໍານວນ 26 ຄອບຄົວ ມີເນື້ອທີ່ 15 ກວ່າເຮັກຕາ ພວມປະສົບກັບບັນຫາລາຄາກະລໍາປີຕົກຕໍ່າ. ປັດຈຸບັນ ຈໍາໜ່າຍໃນລາຄາ 1.500 ກີບຕໍ່ກິໂລ, ຫລື ປະມານ 16.000-18.000 ກີບ, ທຽບໃສ່ປີ 2022 ຜ່ານມາ ຫລຸດລົງຫລາຍກວ່າເຄີ່ງໜຶ່ງ.

ທ່ານ ຄໍາໃບ ລັດຕະນະ, ຫົວໜ້າກຸ່ມປູກກະລໍາປີ ບ້ານຜາຫອມ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 1 ມີນາ 2024 ວ່າ: ນອກຈາກປະຊາຊົນທີ່ເປັນສະມາຊິກຂອງກຸ່ມປູກກະລໍາປີ ບ້ານຜາຮອມ ຈໍານວນ 26 ຄອບຄົວ, ຍັງມີອີກຫລາຍຄອບຄົວພາຍໃນບ້ານທີ່ປູກກະລໍາປີ ແຕ່ບໍ່ໄດ້ເຂົ້າເປັນສະມາຊິກຂອງກຸ່ມ ແມ່ນໄດ້ຮັບຜົນກະທົບຈາກລາຄາຈໍາໜ່າຍຕົກຕໍ່າເຊັ່ນດຽວກັນ, ທັງນີ້ຍ້ອນຄາລາແນວພັນ, ຝຸ່ນ ແລະ ປັດໃຈການຜະລິດອື່ນໆ ເພີ່ມຂຶ້ນຢ່າງຫລວງຫລາຍ, ແຕ່ປະຊາຊົນຈໍາເປັນຕ້ອງຂາຍອອກໃນລາຄາຖືກເພາະມັນເຖີງໄລຍະເກັບກ່ຽວແລ້ວ. ສາເຫດທີ່ເຮັດໃຫ້ລາຄາກະລໍາປີຕົກຕໍ່າ ອາດເປັນເພາະຫລາຍທ້ອງຖິ່ນປູກຜັກກະລໍາປີຢ່າງກວ້າງຂວາງ ແຕ່ຄວາມຕ້ອງການຂອງຕະຫລາດບໍ່ຫລາຍ ຈຶ່ງເຮັດໃຫ້ຂາຍບໍ່ອອກ ແລະ ລາຄາຕົກຕໍ່າ.

ດັ່ງນັ້ນ, ທ່ານໄດ້ສະເໜີມາຍັງພາກລັດຊ່ວຍແກ້ໄຂດ້ວຍການຊອກຫາຕະຫລາດຈໍາໜ່າຍຫລື ມີວິທີອື່ນຊ່ວຍແກ້ໄຂຢ່າງຮີບດ່ວນ ເພື່ອຊ່ວຍໃຫ້ປະຊາຊົນຢູ່ໄດ້ ເພາະນອກຈາກກຸ່ມປູກຜັກກະລໍາປີບ້ານຜາຮອມ, ບ້ານອື່ນໆ ພາຍໃນເມືອງວັງວຽງ ໄດ້ຮັບຜົນກະທົບເຊັ່ນດຽວກັນ. ແຕ່ສະເພາະກຸ່ມປູກຜັກກະລໍາປີ ບ້ານຜາຮອມ ຍັງມີຜັກກະລໍາປີ ອີກຫລາຍສິບໂຕນ ທີ່ບໍ່ທັນໄດ້ເກັບກູ້ໃນປັດຈຸບັນນີ້.

ທ່ານກ່າວຕື່ມວ່າ: ຈາກສະພາບທີ່ເກີດຂຶ້ນໃນປີນີ້, ໃນຕໍ່ໜ້າທາງກຸ່ມ ຈະປຸກລະ ດົມສະມາຊິກຫັນໄປປູກພູດຊະນິດຕ່າງໆ ທີ່ແຕກຕ່າງກັນ ເພື່ອແນໃສ່ບໍ່ໃຫ້ເກີດບັນ ຫາສິນຄ້າລົ້ນຕະຫລາດ ແລະ ເຮັດໃຫ້ລາຄາຕົກຕໍ່າ. ຢ່າງໃດກໍຕາມ ການປູກພືດຊະນິດໃໝ່ທີ່ປະຊາຊົນບໍ່ເຄີຍປູກ ຮຽກຮ້ອງໃຫ້ວິຊາການທີ່ກ່ຽວຂ້ອງຂອງເມືອງ ຫລື ແຂວງລົງມາຊ່ວຍແນະນໍາປະຊາຊົນຢ່າງຖືກຕ້ອງຈິ່ງຈະຮັບປະກັນຜົນຜະລິດທີ່ມີທັງປະລິມານ ແລະ ຄຸນນະພາບ.

Cr: ບຸນຕຽງ ຈັນທະວົງ, ວສລ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments