Saturday, July 27, 2024
Homeຂ່າວດ່ວນຊີ້ແຈງແລ້ວ ກໍລະນີສີນໍ້າຂອງຕາດຂະມຶດເປັນສີຂຸ່ນ

ຊີ້ແຈງແລ້ວ ກໍລະນີສີນໍ້າຂອງຕາດຂະມຶດເປັນສີຂຸ່ນ

ວັນທີ 2 ມີນາ 2024 ນີ້, ມີຄຼິປຂ່າວວ່າ ປະຊາຊົນພົບເຫັນນ້ຳຕົກຕາດຂະມຶດ ຢູ່ບ້ານໜອງຫຼວງ ເມືອງປາກຊ່ອງ ແຂວງຈໍາປາສັກ ກາຍເປັນສີເຫຼືອງຂຸ່ນໆ ຜິດຈາກປົກກະຕິ. ຈາກເຫດການດັ່ງກ່າວ ໄດ້ສ້າງໃຫ້ສັງຄົມ ແລະ ຜູ້ຊົມໃຊ້ສື່ອອນລາຍ ສັບສົນ, ມີຄວາມເຂົ້າໃຈໄປຄົນລະທິດລະທາງ ແລະ ມີຄໍາເຫັນຕ່າງໆ.

ເພື່ອເຮັດໃຫ້ສັງຄົມມີຄວາມຮັບຮູ້ເຂົ້າໃຈເຫດການຢ່າງລະອຽດຈະແຈ້ງ, ພະ ແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງຈຳປາສັກ ໃນຖາ ນະເປັນຂະແໜງມະຫາພາກໃນການຄຸ້ມຄອງແຫຼ່ງທ່ອງທ່ຽວ ໄດ້ປະ ສານໄປຍັງ ຄະ ນະພັກ – ອົງການປົກຄອງບ້ານໜອງຫຼວງ, ຫ້ອງການ ຖວທ ເມືອງປາກຊ່ອງ ແລະ ບໍລິສັດກຣິນແອັດແວນເຈີ ເຊິ່ງເປັນຜູ້ພັດທະນາໃນບໍລິເວນດັ່ງກ່າວ ແລະ ໄດ້ຮັບການລາຍງານວ່າ: ຄຼິປນໍ້າຕົກຕາດຂະມຶດເປັນສີຂຸ່ນເຫຼືອງ ທີ່ປະກົດຂຶ້ນໃນສີ່ອອນລາຍ ເປັນພາບເກົ່າທີ່ເກີດຂຶ້ນປະມານເດືອນກ່ອນ, ສາເຫດ ຍ້ອນບໍລິເວນ ຫົວຕາດ (ລຳຫ້ວຍຕວຍ) ດໍາເນີນການກໍ່ສ້າງໂຄງການເຂື່ອນໄຟຟ້ານໍ້າພາກ ເຊິ່ງໄດ້ມີການຂຸດເຈາະ ແລະ ຖົມດິນບາງບ່ອນ (ເຮັດເປັນຝາຍນໍ້າລົ້ນ) ຈິ່ງເຮັດໃຫ້ສາຍນໍ້າຂຸ່ນ, ປະລິ ມານນໍ້າກໍນ້ອຍລົງ. ປັດຈຸບັນນໍ້າຕົກຂະມຶດ ໄດ້ກັບມາຂາວໃສເປັນປົກກະຕິແລ້ວ ແລະ ຍັງເປີດໃຫ້ບໍລິການນັກທ່ອງທ່ຽວ ເຂົ້າມາທ່ຽວຊົມຢ່າງເປັນປົກກະຕິ. ຖ້າທ່ານໃດສົງໄສ ແລະ ຍັງຄ້າງຄາໃຈ ກໍຂໍເຊີນໄປທ່ຽວຊົມໃຫ້ເຫັນດ້ວຍຕາຂອງຕົນເອງໄດ້.

ສໍາລັບຕາດຂະມຶດ ຕັ້ງຢູ່ບ້ານໜອງຫຼວງ ເມືອງປາກຊ່ອງ ແຂວງຈໍາປາສັກ ຫ່າງ ຈາກເທດສະບານເມືອງປາກຊອງ ໄປທາງທິດຕາເວັນອອກ 11 ກິໂລແມັດ, ເປັນນໍ້າຕົກທີ່ມີຂະໜາດໃຫຍ່ ແລະ ມີຄວາມສູງເຖິງ 7 ຊັ້ນ ໂດຍສ່ວນທີ່ສູງສຸດແມ່ນສາມາດຂີ່ສະລິງຜ່ານເພື່ອຊົມຄວາມຍິ່ງໃຫຍ່ ແລະ ຄວາມສວຍງາມຂອງສະຖານທີ່ດັ່ງກ່າວ.

Cr: ທີມງານໜັງສືພິມຈໍາປາໃໝ່

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments