Saturday, July 27, 2024
Homeຂ່າວດ່ວນເຈົ້າໜ້າທີ່ໄທເຂົ້າຊ່ວຍສາວລາວຖືກຂັງ​ ແ​ລະ​ ຖືກລວນລາມຢູ່ໃນເຮືອນ​ ຈັງຫວັດອຸດອນ

ເຈົ້າໜ້າທີ່ໄທເຂົ້າຊ່ວຍສາວລາວຖືກຂັງ​ ແ​ລະ​ ຖືກລວນລາມຢູ່ໃນເຮືອນ​ ຈັງຫວັດອຸດອນ

ສຳນັກຂ່າວ​ສົດ​ ປະເທດໄທ ລາຍງານວ່າ: ວັນທີ 3 ມີນາ 2024, ເຈົ້າໜ້າທີ່ໄດ້ ຮົບແຈ້ງຄວາມຈາກ ທ້າວ ຊາຍ ອາຍຸ 25 ຄົນລາວ ວ່າ ນ້ອງສາວຕົນເອງ ຊື່ ແພ ອາຍຸ 18 ປີທີ່ມາເຮັດວຽກໃນເມືອງອຸດອນ, ຈັງຫວັດອຸດອນ​ ແຕ່ຖືກເຈົ້ານາຍຂັງໄວ້ພາຍໃນເຮືອນ ພ້ອມຖືກລວນລາມ ແລະ ຂົມຂູ່​ ຈຶ່ງທຳການບຸກເຂົ້າຊ່ວຍ.​

ແຕ່ເນື່ອງຈາກໄດ້ກົດກະດິງໜ້າເຮືອນແຕ່ບໍ່ມີໃຜເປີດປະຕູ ເມື່ອໄດ້ຍິນສຽງເຈົ້າໜ້າທີ່ ນາງ ແພ ກໍຮ້ອງໄຫ້ຂໍຄວາມຊ່ວຍເຫຼືອ ພ້ອມປີນຂ້າມຮົ້ວກຳແພງອອກມາ ສ່ວນທາງເຈົ້າໜ້າທີ່ກໍຖ້າຮັບເອົາ.

ຜູ້ກ່ຽວໃຫ້ຂໍ້ມູນກັບເຈົ້າໜ້າທີ່ວ່າ: ຕົນເອງມາເຮັດວຽກເປັນອາຊີບ​ ອະນາໄມ ແລະ ເບິ່ງແຍງຜູ້ເຖົ້າ (ແມ່ຂອງເຈົ້າຂອງເຮືອນ) ໄດ້ 5-6 ເດືອນ ແຕ່ເລີ່ມຖືກລວນລາມມາຕັ້ງແຕ່ເດືອນທຳອິດແລ້ວ ທັງພະຍາຍາມຈະໃຫ້ມີຫຍັງນຳ ແຕ່ຕົນເອງໄດ້ຂັດຂືນ ແລະ ພະຍາຍາມຈະໜີອອກຈາກເຮືອນຫຼາຍຄັ້ງ ແຕ່ຖືກຂົ່ມຂູ່ຕະຫຼອດ ເລີຍໄດ້ຕິດຕໍ່ບອກອ້າຍເພື່ອມາຊ່ວຍ.

ປັດຈຸບັນ ຢູ່ໃນຂັ້ນຕອນສືບສວນຕໍ່ໄປ

#ຂ່າວເສດຖະກິດສັງຄົມ#ໜັງສືພິມເສດຖະກິດສັງຄົມ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments