Saturday, July 27, 2024
Homeຂ່າວໜ້າໜຶ່ງຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ ຕ້ອນຮັບ ທູດອາເມລິກາ ປະຈໍາລາວ ຄົນໃໝ່

ຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ ຕ້ອນຮັບ ທູດອາເມລິກາ ປະຈໍາລາວ ຄົນໃໝ່

ໃນວັນທີ 27 ກຸມພາ 2024, ທ່ານ ນາງ ເຂັມມະນີ ພົນເສນາ ຫົວໜ້າຫ້ອງວ່າການສຳ ນັກງານປະທານປະເທດ ໄດ້ຕ້ອນຮັບ ທ່ານ ນາງ ແຮັດເຕີ ວາເຣຍອາວາ ເອກອັກຄະລັດຖະທູດ ແຫ່ງ ສະຫະລັດອາເມລິກາ ປະຈໍາ ສປປ ລາວ ຄົນໃໝ່.

ໂອກາດນີ້, ທ່ານ ນາງ ເຂັມມະນີ ພົນເສນາ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ທີ່ທ່ານທູດໄດ້ຮັບແຕ່ງຕັ້ງເປັນເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈໍາ ສປປ ລາວ ຄົນໃໝ່ ແລະ ເຊື່ອໝັ້ນວ່າທ່ານທູດ ຈະປະກອບສ່ວນອັນສຳຄັນເຂົ້າໃນການສືບຕໍ່ຮັດແໜ້ນ ແລະ ເສີມຂະ ຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດໃຫ້ນັບມື້ແຕກດອກອອກຜົນ ຍິ່ງໆຂຶ້ນ ເພື່ອນໍາເອົາຜົນປະໂຫຍດມາໃຫ້ປະຊາຊົນສອງຊາດ.

ພ້ອມນີ້, ທ່ານ ນາງ ແຮັດເຕີ ວາເຣຍອາວາ ກໍໄດ້ສະແດງຄວາມຂອງໃຈຕໍ່ການຕ້ອນຮັບຈອງທ່ານຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ ໃນຄັ້ງນີ້, ພ້ອມທັງໃຫ້ຄໍາໝັ້ນສັນຍາ ຈະຕັ້ງໃຈປະຕິບັດໜ້າທີ່ຂອງຕົນຢ່າງສຸດຄວາມສາມາດ ເພື່ອສືບຕໍ່ປະກອບສ່ວນເຂົ້າໃນການສົ່ງເສີມການພົວພັນຮ່ວມມືສອງຝ່າຍ ລາວ ແລະ ອາເມລິກາ ໃນດ້ານຕ່າງໆ ໃຫ້ມີປະສິດທິຜົນຕ້ຂຶ້ນເປັນກ້າວໆ ໃນອະນາ ຄົດ.

ຂ່າວ: ສົມຫວັງ

ພາບ: ເກດສະໜາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments