Sunday, September 8, 2024
Homeຂ່າວໜ້າໜຶ່ງກຄຊ ສຳມະນາການຮັກສາຄວາມປອດໄພທາງໄຊເບີ

ກຄຊ ສຳມະນາການຮັກສາຄວາມປອດໄພທາງໄຊເບີ

ກົມຄວາມປອດໄພໄຊເບີ (ກຄຊ), ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ສະຖານທູດອົດສະຕຣາລີ ປະຈຳລາວ ແລະ ມະຫາວິທະຍາໄລແຫ່ງຊາດ ປະເທດ ອົດສະຕຣາລີ ຈັດສຳມະນາພາຍໃຕ້ຫົວຂໍ້: ການຕອບໂຕ້ຕໍ່ເຫດການສຸກເສີນທາງໄຊເບີ ໃນວັນທີ 26 ກຸມພາ-1 ມີນາ 2024 ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີ ກຕສ, ທ່ານ ດານ ເຣດອນ ຮອງເອກອັກຄະລັດຖະທູດ ອົດສະຕຣາລີ ປະຈຳ ສປປ ລາວ ແລະ ທ່ານ ເບຣນດານ ດາວລິງ (Brendan Dowlin) ເອກອັກຄະລັດຖະທູດ ຜູ້ຮັບຜິດຊອບວຽກງານໄຊເບີ ແລະ ເຕັກໂນໂລຊີ(ຈາກປະເທດ ອົດາະຕຣາລີ), ມີບັນດາຫ້ອງການ, ກົມ ພາຍໃນ ກຕສ, ກະຊວງອ້ອມຂ້າງ, ຜູ້ໃຫ້ບໍລິການດ້ານອິນເຕີເນັດ ແລະ ທະນາຄານ ເຂົ້າຮ່ວມ.

ການຈັດຝຶກອົບຮົມຄັ້ງນີ້, ກໍເພື່ອເສີມສ້າງຄວາມເຂົ້າໃຈ ກ່ຽວກັບຍຸດທະສາດການດ້ານນະໂຍ ບາຍຄວາມປອດໄພທາງໄຊເບີ, ເພີ່ມທະວີຄວາມຮັບຮູ້ ກ່ຽວກັບ ໄພຄຸກຄາມ ແລະ ສິ່ງທ້າທາຍຕ່າງໆທາງໄຊເບີ ທີ່ເກີດຂຶ້ນໃໝ່ ແລະ ມີແນວໂນ້ມການຂະຫຍາຍຕົວໄວ ໃນປັດຈຸບັນ, ພ້ອມທັງແນ ໃສ່ຊຸກຍູ້ການສ້າງກົນໄກພົວພັນຮ່ວມມື ລະຫວ່າງຂະແໜງ ພາກລັດ, ເອກະຊົນ ແລະ ອຸດສາຫະກໍາ ເພື່ອຮ່ວມມືກັນໃນການແກ້ໄຂບັນດາສິ່ງທ້າທາຍຕ່າງໆທາງດ້ານໄຊເບີ ທີ່ຕິດພັນໄປເຖິງການກຳ ນົດບົດບາດ ແລະ ໜ້າທີ່ຮັບຜິດຊອບຂອງແຕ່ລະຂະແໜງການ ເພື່ອໃຫ້ສອດຄ່ອງ ແລະ ມີປະສິດ ທິພາບ. ນອກຈາກນີ້, ຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້, ຮ່ວມເຮັດກິດຈະກຳ ແລະ ແລກປ່ຽນບົດຮຽນປະສົບການ ກັບບັນດານັກວິທະຍາກອນ ແລະ ຜູ້ຊ່ຽວຊານຈາກປະເທດອົດສະຕຣາລີ ໂດຍສະ ເພາະ ຄວາມຮູ້ກ່ຽວກັບ ແນວໂນ້ມ ແລະ ໄພຄວາມສ່ຽງທີ່ພວກເຮົາກຳລັງຜະເຊີນຢູ່ໃນປັດຈຸບັນ.

ທ່ານ ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີ ກຕສ ໄດ້ມີຄຳເຫັນວ່າ: ປັດຈຸບັນ, ການນໍາໃຊ້ເຕັກໂນໂລຊີ ໄດ້ມີການຂະຫຍາຍຕົວຢ່າງກວ້າງຂວາງ ແລະ ທັນສະໄໝຫລາຍ ບໍ່ວ່າຈະເປັນການແລກປ່ຽນ ຫລື ສົ່ງຕໍ່ຂໍ້ມູນຂ່າວສານ, ການຕິດຕໍ່ສື່ສານ, ການເກັບກໍາຂໍ້ມູນ ແລະ ການຮັກສາລະບົບຂໍ້ມູນຂ່າວສານຕ່າງໆ ລ້ວນແລ້ວແຕ່ນໍາໃຊ້ອິນເຕີເນັດ ເຊິ່ງຂໍ້ມູນຕ່າງໆເຫລົ່ານັ້ນລ້ວນແຕ່ເປັນຂໍ້ມູນສໍາຄັນ ຫລື ຂໍ້ມູນທີ່ເປັນຄວາມລັບຂອງພາກລັດ ແລະ ຂອງອົງກອນຕ່າງໆ. ສະນັ້ນ, ເພື່ອ ປ້ອງກັນຂໍ້ມູນໃຫ້ມີຄວາມປອດໄພ ຈາກໄພຄຸກຄາມຕ່າງໆ ຈາກກຸ່ມຄົນບໍ່ຫວັງດີ ເພື່ອລັກ ຫລື ໂຈ ລະກໍາເອົາຂໍ້ມູນ ທີ່ອາດກໍ່ໃຫ້ເກີດຄວາມເສຍຫາຍຫລາຍໆຢ່າງຕາມມາ ບໍ່ພຽງແຕ່ຄວາມເສຍຫາຍຂອງບຸກຄົນ ແຕ່ຍັງໝາຍເຖິງໄພຂົ່ມຂູ່ຕໍ່ໂຄງລ່າງພື້ນຖານທີ່ສຳຄັນຂອງຊາດ, ພວກເຮົາທຸກຄົນຈຶ່ງຕ້ອງຮ່ວມມືກັນເພື່ອຫາວິທີປະຕິບັດທີ່ດີທີ່ສຸດໃນການປ້ອງກັນ ແລະ ສ້າງສະພາບແວດລ້ອມດ້ານໄຊເບີທີ່ປອດໄພ ແລະ ກວ້າງຂວາງ ໂດຍສະເພາະການສ້າງ ແລະ ກຳນົດບັນດາມາດຕະການໃນການປ້ອງກັນໄພຄຸກຄາມຕ່າງໆດ້ານໄຊເບີ, ອັນສຳຄັນ ແມ່ນຕ້ອງສ້າງຄວາມເຊື່ອໝັ້ນແກ່ສັງຄົມໃນການນຳໃຊ້ເຕັກໂນໂລຊີ.

ຂ່າວ: ສົມຫວັງ

ຂໍ້ມູນຈາກ: ກຕສ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments