Home ແຈ້ງການສໍາຄັນ ສະພາບອາກາດ ວັນທີ 21 ກຸມພາ 2024

ສະພາບອາກາດ ວັນທີ 21 ກຸມພາ 2024

0

ສະພາບອາກາດ ເຊົ້າວັນທີ 21 ກຸມພາ 2024, ຄວາມກົດດັນສູງຂອງອາ ກາດເຢັນມີກໍາລັງອ່ອນຍັງຈະປົກຄຸມຢູ່ເຂດພາກເໜືອຂອງປະເທດລາວ, ສົມທົບກັບກະແສລົມຕາເວັນຕົກພັດປົກຄຸມເປັນສ່ວນໃຫຍ່, ຊຶ່ງຈະເຮັດ ອາກາດຍັງຈະເຢັນ ຫາ ໜາວເຢັນ ພ້ອມມີໝອກບາງປົກຫຸຸ້ມຢູ່ບາງ ທ້ອງຖິ່ນໃນແຕ່ລະພາກ, ສ່ວນຕອນບ່າຍອາກາດຮ້ອນ ໂດຍສະເພາະ ຢູ່ເຂດພາກເໜືອດ້ານຕາເວັນຕົກ ລົງຫາ ພາກກາງ ແລະ ພາກໃຕ້ ພ້ອມຈະມີຝົນຕົກ ຟ້າຮ້ອງໃນລະດັບຄ່ອຍ ແລະ ຈະມີລົມພັດແຮງ ເປັນບາງໂອກາດຢູ່ບາງທ້ອງຖິ່ນ.

ສໍາລັບນະຄອນຫລວງວຽງຈັນ ອາກາດຮ້ອນ ແລະ ຈະມີລົມພັດແຮງ ເປັນບາງໂອກາດຢູ່ບາງບໍລິເວນ. ອຸນຫະພູມໃນລະຫວ່າງ 23-36 ອົງສາ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version