Sunday, September 8, 2024
Homeທຸລະກິດຄວາມດຸໝັ້ນ ເຮັດໃຫ້ຄອບຄົວມີລາຍຮັບກວ່າ 300 ລ້ານກີບຕໍ່ປີ

ຄວາມດຸໝັ້ນ ເຮັດໃຫ້ຄອບຄົວມີລາຍຮັບກວ່າ 300 ລ້ານກີບຕໍ່ປີ

ຄວາມດຸໝ່ັນຂະຫຍັນພຽນໃນການທຳການຜະລິດກະສິກຳປູກຝັງ, ລ້ຽງສັດ ເປັນພື້ນຖານໃນການຜະລິດກະສິກຳເຮັດໃຫ້ຄອບຄົວມີຢູ່ມີກິນ ແລະ ຫລຸດພົ້ນຈາກຄວາມທຸກຍາກເທື່ອລະກ້າວ. ດັ່ງຄອບຄົວທ່ານ ບຸນສົງ ພົມມະຫານ ອາຍຸ 62 ປີ ພະນັກງານບໍານານປັດຈຸບັນເປັນສະມາຊິກນັກຮົບເກົ່າຢູ່ບ້ານ ເມືອງຫານ ເມືອງຫົງສາ ແຂວງໄຊຍະບູລີ ເຊ່ິງແມ່ນຄອບຄົວທ່ີສ້າງເສດຖະກິດດ້ວຍການຜະລິດກະສິກຳປູກຝັງ- ລ້ຽງສັດ ຂາຍສ້າງລາຍຮັບເຂົ້າມາສູ່ຄອບຄົວປີໜຶ່ງຫລາຍກວ່າ 300 ລ້ານກີບຈົນກາຍເປັນຄອບຄົວທີ່ມີຄວາມອຸດົມສົມບູນ ແລະ ເປັນຕົວແບບດ້ານການຜະລິດອີກດ້ວຍ.

ທ່ານ ບຸນສົງ ພົມມະຫານ ໃຫ້ຮູ້ວ່າ: ໃນໄລຍະປີ 1975-1990 ແມ່ນມີອາຊີບເປັນທະຫານໄດ້ຊັ້ນຮ້ອຍເອກ ແລະ ຈາກນັ້ນກໍໄດ້ ຍ້າຍໄປຢູ່ຝ່າຍປົກຄອງ, ໃນເວລານັ້ນຊີວິດການເປັນຢູ່ຂອງຄອບຄົວແມ່ນພົບຄວາມຫຍຸ້ງຍາກຫລາຍ ເພາະອາໄສແຕ່ເງິນເດືອນໃຊ້ຈ່າຍເພື່ອໃຫ້ກຸ້ມກິນໄປວັນໆເທົ່ານັ້ນ ຈຶ່ງໄດ້ປືກສາກັບຄອບຄົວໃນການຊອກຫາອາຊີບເສີມຈຶ່ງເຫັນວ່າການປູກຝັງ, ລ້ຽງສັດເປັນເປັນອາຊີບທີ່ດີ, ເປັນອາຫານທີ່ຕະຫລາດຕ້ອງການຫລາຍ ແລະ ຄົນນິຍົມກິນຫລາຍແມ່ນປະເພດປາ, ຊີ້ນ. ດັ່ງນັ້ນ ຕົກມາຮອດປີ 1991 ຈຶ່ງໄດ້ເອົາທຶນທີ່ຕົນເອງມີ ແລະ ຄອບຄົວໄດ້ສະສົມໄວ້ໃນໄລຍະຜ່ານມາໄປຊື້ດິນ 1 ຕອນໃນມູນຄ່າ 6 ລ້ານກີບ ເພື່ອຈົກໜອງປາ 3 ໜອງ ແລະ ເຊົ່າດິນຂອງບ້ານທີ່ເປັນໜອງລວມບ້ານໃນລາຄາເຊົ່າປີລະ 6 ລ້ານກີບ, ທັງປຸກຄອກໝູ ແລະ ຊື້ໝູພັນເຂົ້າມາລ້ຽງ ຈໍານວນ 25ໂຕ ມູນຄ່າ 7 ລ້ານກວ່າກີບ, ຊື້ປານີນມາປ່ອຍ 10 ພັນໂຕ, ລ້ຽງໄກ່ 100 ໂຕ, ພ້ອມທັງຜະລິດລູກປານ້ອຍຂາຍໄດ້ຫລາຍກວ່າ 80 ພັນໂຕຕໍ່ປີ.

ໃນໄລຍະນັ້ນ ແຕ່ລະປີ ສາມາດຂາຍສັດລ້ຽງສ້າງລາຍຮັບ ໄດ້ 40 ລ້ານກີບຕໍ່ປີ. ເມື່ອເຫັນວ່າກິດຈະການໄດ້ສ້າງຄວາມສົນໃຈໃຫ້ລູກຄ້າມາຊື້ນັບມື້ຫລາຍຂຶ້ນດັ່ງນັ້ນມາຮອດປີ 2011 ເນື້ອທີ່ທໍາການຜະລິດໄດ້ຖືກໂຄງການພັດທະນາໄຟຟ້າຫົງສາ ຄອບຄົວຈຶ່ງໄດ້ຮັບເງິນຊົດເຊີຍຈາກໂຄງການ 145 ລ້ານກີບ ຈຶ່ງໄດ້ນໍາເງິນກ້ອນດັ່ງກ່າວມາລົງທຶນເຮັດທຸລະກິດເຊັ່ນ: ຕັ້ງຮ້ານສ້ອມແປງລົດ, ສ້າງໂຮງງານນໍ້າດື່ມໃນໄລຍະນັ້ນເຫັນວ່າກິດຈະການດໍາເນີນໄປໄດ້ດີມີລາຍຮັບເຂົ້າຄອບຄົວພໍສົມຄວນ, ມາຮອດປີ 2017 ໄດ້ພັກຜ່ອນຮັບເບ້ຍບໍານານ ຈຶ່ງມີເວລາເບິ່ງແຍງກິດຈະການຫລາຍຂຶ້ນ ແລະ ໄດ້ລົງທຶນຂະຫຍາຍກິດຈະການຕື່ມຄື: ຊື້ດິນອີກ 1 ຕອນ ເພື່ອຈົກໜອງປາ 2 ໜອງ ປ່ອຍປານິນ 1 ໜອງ, ປ່ອຍປາດຸກພັນ 1 ໜອງ ມີປາທັງໝົດ 50 ພັນໂຕ, ລ້ຽງກົບໃນກະຊັງ 15 ພັນໂຕ, ລ້ຽງແບ້ 30 ໂຕ, ລ້ຽງສັດປີກ 800 ໂຕ. ສ່ວນການຈໍາໜ່າຍແມ່ນຂາຍຢູ່ທ້ອງຕະຫລາດພາຍໃນເມືອງ ແລະ ມີແມ່ຄ້າມາຮັບຊື້ກັບທີ່ຈໍານວນໜຶ່ງ. ສັງລວມແລ້ວຄອບຄົວມີລາຍຮັບຈາກທຸລະກິດສ້ອມແປງລົດ, ໂຮງງານນໍ້າດື່ມ ແລະ ຂາຍສັດລ້ຽງປີໜຶ່ງໄດ້ 460 ລ້ານກີບ ແລະ ເມື່ອຫັກລາຍຈ່າຍໃຫ້ພະນັກງານກໍາມະກອນ, ຄ່າຫົວອາຫານສັດ ແລະ ຄ່າສີ້ນເປືອງອື່ນໆ ເຫັນວ່າໜຶ່ງປີຍັງມີລາຍຮັບເຂົ້າຄອບຄົວ.

ໂດຍ: ສຸພາສະຫວັນ


RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments