Sunday, September 8, 2024
Homeຂ່າວພາຍໃນປີ 2023 ອັດຕະປື ອະນຸຍາດໃຫ້ພາກເອກະຊົນລົງທຶນ 10 ໂຄງການ

ປີ 2023 ອັດຕະປື ອະນຸຍາດໃຫ້ພາກເອກະຊົນລົງທຶນ 10 ໂຄງການ

ແຫລ່ງຂ່າວຈາກ ແຂວງອັດຕະປື ໃຫ້ຮູ້ວ່າ: ໃນປີ 2023 ຜ່ານມາ, ແຂວງອັດຕະປື ໄດ້ຖືສໍາຄັນວຽກງານການສົ່ງເສີມ ແລະ ຄຸ້ມຄອງການລົງທຶນເອກະຊົນທັງພາຍໃນ ແລະ ຕ່າງປະເທດ, ຜ່ານການຈັດຕັ້ງປະຕິບັດວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນໃນ 1 ປີຜ່ານມາ ໄດ້ອະນຸຍາດໃຫ້ຜູ້ລົງທຶນພາກເອກະຊົນ ທີ່ໄດ້ຮັບອະນຸມັດການລົງທຶນທັງໝົດ 10 ໂຄງການ. ໃນນີ້, ຂັ້ນແຂວງອະນຸມັດ 6 ໂຄງການ, ສູນກາງອະນຸມັດ 4 ໂຄງການ. ໃນນັ້ນ, ຂະແໜງກະສິກໍາ 4 ໂຄງການ, ຂະແໜງບໍ່ແຮ່ 6 ໂຄງການ, ມູນຄ່າການລົງທຶນ 550.000 ໂດລາສະຫະລັດ ແລະ 44,5 ຕື້ກີບ ຕາມໃບອະນຸຍາດລົງທຶນ.

ທ່ານ ສູນນະຄອນ ແກ້ວວຽງຄໍາ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງອັດຕະປື ໄດ້ໃຫ້ຮູ້ໃນກອງປະຊຸມສະຫລຸບວຽກງານແຜນການ ແລະ ການລົງທຶນທົ່ວແຂວງ ເມື່ອບໍ່ດົນນີ້ວ່າ: ປີ 2023 ຜ່ານມາ, ວຽກງານບໍລິການປະຕູດຽວ ລວມທັງກົນໄກການອອກອະນຸຍາດລົງທຶນຢູ່ຂັ້ນທ້ອງ ຖິ່ນ ໄດ້ຮັບການປັບປຸງໃຫ້ມີຄວາມສະດວກວ່ອງໄວຂຶ້ນ ໂດຍໄດ້ຕັດຂອດຂັ້ນການອະນຸມັດການລົງທຶນ ແລະ ການດໍາເນີນທຸລະກິດໃຫ້ສັ້ນລົງ. ພ້ອມນັ້ນ, ກໍໄດ້ຄົ້ນຄວ້າປັບປຸງ ແລະ ສ້າງນິຕິກໍາຈໍານວນ ໜຶ່ງໃຫ້ສອດຄ່ອງກັບສະພາບຕົວຈິງ, ໄດ້ຮັບສິດໃຫ້ຂັ້ນທ້ອງຖິ່ນຫລາຍຂຶ້ນ ໂດຍສະເພາະແມ່ນການພິ ຈາລະນາ ແລະ ອະນຸມັດເຊັນບົດບັນທຶກຄວາມເຂົ້າໃຈ ຮ່ວມກັບຜູ້ລົງທຶນ ສໍາລັບໂຄງການສຶກສາຄວາມເປັນໄປໄດ້ໃນການລົງທຶນສຳປະທານດ້ານກະສິກຳ-ປ່າໄມ້ ແລະ ການບໍລິການ ຕາມຂໍ້ຕົກລົງສະບັບເລກທີ 003/ຄລທ,ລົງວັນທີ 6 ມິຖຸນາ 2022 ເຮັດໃຫ້ຕົວເລກການລົງທຶນວິສາຫະກິດພາຍໃນ ແລະ ຕ່າງປະເທດນັບມື້ເພີ່ມຂຶ້ນ. ນອກນັ້ນ, ຍັງໄດ້ສະເໜີສູນກາງໃນການຊຸກຍູ້, ຕິດຕາມການຈັດຕັ້ງປະຕິບັດໂຄງການຂຸດຄົ້ນແຮ່ທາດແບບທົດລອງ ຕິດພັນກັບວາລະແຫ່ງຊາດ ເຊິ່ງສ້າງລາຍຮັບໃຫ້ງົບ ປະມານໄດ້ໃນລະດັບໜຶ່ງ; ເປັນເຈົ້້າການຄົ້ນຄວ້າ ແລະ ລາຍງານປະທານ ຄຸ້ມຄອງການລົງທຶນແຂວງ ພິຈາລະນາອະນຸມັດ ບັນດາໂຄງການລົງທຶນສໍາປະທານ ແລະ ກິດຈະການໃນບັນຊີຄວບຄຸມ ຈຳນວນໜຶ່ງ.

ທ່ານ ສູນນະຄອນ ແກ້ວວຽງຄໍາ ຍັງໃຫ້ຮູ້ອີກວ່າ: ປີ 2024 ແຂວງອັດຕະປື ຈະສືຍຕໍ່ຜັນຂະຫຍາຍກົດໝາຍ ສົ່ງເສີມການລົງທຶນ, ນິຕິກຳລຸ່ມກົດໝາຍ ແລະ ລະບຽບການສະເພາະຕ່າງໆທີ່ສູນກາງ ແລະ ທ້ອງຖິ່ນວາງອອກ ໃຫ້ເປັນລະບົບຄົບຊຸດ, ຫັນປ່ຽນກົນໄກ ແລະ ແບບແຜນວິທິເຮັດວຽກໄປສູ່ການນໍາໃຊ້ເຄື່ອງມືທັນສະໄໝ, ຫັນລະບົບການບໍລິການການລົງທຶນປະຕູດຽວ ເປັນທັນສະໄໝເທື່ອລະກ້າວ ແລະ ລົງທຶນເຂົ້າໃນການສ້າງຖານຂໍ້ມູນການລົງທຶນກັບບັນດາພະແນກການຂັ້ນສູນກາງ ແລະ ຂັ້ນແຂວງ, ເມືອງ, ປະສານສົມທົບກັບກົມສົ່ງເສີມການລົງທຶນ ແລະ ພະແນກການທີ່ກ່ຽວຂ້ອງຂັ້ນແຂວງ ແລະ ເມືອງ ເພື່ອສ້າງບັນຊີໂຄງການຮຽກການລົງທຶນທີ່ມີທ່າແຮງບົ່ມຊ້ອນ ເພື່ອເປັນຂໍ້ມູນໂຄສະນາດຶງດູດການລົງທຶນຈາກພາກເອກະຊົນຢ່າງມີຈຸດສຸມ.

ຂ່າວ: ວັດທະນາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments