Sunday, September 8, 2024
Homeຂ່າວໜ້າໜຶ່ງປະທານປະເທດ ເຂົ້າຮ່ວມມະຫາກໍາບຸນຊ້າງຕິດພັນກັບເປີດປີທ່ອງທ່ຽວລາວ ປີ 2024

ປະທານປະເທດ ເຂົ້າຮ່ວມມະຫາກໍາບຸນຊ້າງຕິດພັນກັບເປີດປີທ່ອງທ່ຽວລາວ ປີ 2024

ມະຫາກໍາບຸນຊ້າງຄັ້ງທີ 17 ຕິດພັນກັບເປີດປີທ່ອງທ່ຽວລາວ 2024 ແຂວງໄຊຍະບູລີ ຈັດຂຶ້ນຢ່າງເປັນທາງການໃນວັນທີ 17 ກຸມພາ 2024 ນີ້ ຢູ່ທີ່ເດີ່ນສະໜາມຫລວງແຂວງໄຊຍະບູລີ ໂດຍໃຫ້ກຽດເຂົ້າຮ່ວມ ຂອງທ່ານ ທອງລຸນ ສີສຸລິດ ປະທານປະເທດ, ພ້ອມດ້ວຍພັນລະຍາ, ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ, ມີອະດີດການນໍາຂັ້ນສູນກາງ, ການນໍາພັກລັດຂັ້ນແຂວງ, ເມືອງ, ແຂກພາຍໃນ ແລະ ຕ່າງປະເທດ ພ້ອມດ້ວຍມວນຊົນຊາວແຂວງໄຊຍະບູລີ ເຂົ້າຮ່ວມຢ່າງຫລວງຫລາຍ.

ໃນພິທີ ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ, ປະທານຈັດງມະຫາກໍາບຸນຊ້າງຕິດພັນກັບການເປີດປີທ່ອງທ່ຽວລາວ 2024 ແຂວງໄຊຍະບູລີ ໄດ້ໃຫ້ຮູ້ວ່າ: ມະຫາກຳບຸນຊ້າງໄຊຍະບູລີ ແມ່ນຈັດຂຶ້ນໃນເດືອນກຸມພາຂອງທຸກໆປີ ຊຶ່ງເລີ່ມແຕ່ປີ 2007 ເປັນຕົ້ນມາ, ມາຮອດປີ 2024 ທາງແຂວງໄດ້ຍົກລະດັບການຈັດມະຫາກຳບຸນຊ້າງຄັ້ງທີ 17 ຂຶ້ນເປັນງານລະດັບຊາດ ແລະ ເປີດປີທ່ອງທ່ຽວລາວ 2024 ຂອງແຂວງໄຊຍະບູລີ. ທັງນີ້, ກໍເພື່ອເປັນການສືບຕໍ່ອະນຸລັກຮັກສາຊ້າງລາວ ເພາະຊ້າງເປັນມູນມໍລະດົກຂອງຊາດ, ທັງເປັນມິ່ງຂວັນຄູ່ບ້ານຄູ່ເມືອງ; ດ້ານໜຶ່ງກໍເພື່ອສືບຕໍ່ຮັກສາວັດທະນະທຳ, ຮີດຄອງປະເພນີອັນດີງາມ ແລະ ວິຖີການດຳລົງຊີວິດຂອງປະຊາຊົນລາວບັນດາເຜົ່າພາຍໃນແຂວງໄຊຍະບູລີ ທີ່ຕິດພັນກັບຊ້າງມາແຕ່ອະດີດຕະການ ໃຫ້ຢືນຍົງຄົງຕົວ, ຄຽງຄູ່ກັບປະຊາຊົນລາວເຮົາຕະຫລອດໄປ. ນອກນີ້, ຍັງເປັນການສົ່ງເສີມກິດຈະກໍາອະນຸລັກຊ້າງ, ໃຫ້ຊ້າງຈໍານວນ 75 ໂຕ ທີ່ມາຈາກທົ່ວແຂວງໄດ້ພົບກັນ ແລະ ມີໂອກາດໄດ້ສືບພັນ, ພ້ອມກັນນັ້ນ ກໍເປັນເວທີການສະແດງທັກສະຄວາມສາມາດໃນການຄວບຄຸມຊ້າງ ຕໍ່ສາທາລະນະຊົນ ແລະ ຍັງເປັນບ່ອນແລກປ່ຽນບົດຮຽນຂອງຄວານຊ້າງ ເພື່ອສືບທອດອາຊີບລ້ຽງຊ້າງໃຫ້ຄົງຢູ່ຄູ່ກັບປວງຊົນລາວ ກໍຄື ແຂວງໄຊຍະບູລີຕະຫລອດໄປ, ສ້າງໂອກາດໃຫ້ນັກທ່ອງທ່ຽວໄດ້ສຳຜັດ ແລະ ເຫັນການດຳລົງຊີວິດຂອງຊ້າງ ທີ່ເຄີຍຢູ່ຄູ່ບ້ານຄູ່ເມືອງຕັ້ງແຕ່ອະດີດຈົນເຖິງປັດຈຸບັນ.

ສໍາລັບກິດຈະກໍາຫລັກຂອງການຈັດງານໃນປີນີ້ ແມ່ນຈະເນັ້ນໜັກກິດຈະກຳທີ່ຕິດພັນກັບຊ້າງ ແລະ ການອະນຸລັກຊ້າງ ໂດຍສະເພາະການສະແດງຂອງຊ້າງຄຳຮູ້, ພ້ອມກັນນີ້ ໃນແຕ່ລະວັນຂອງໄລຍະການຈັດງານ ແມ່ນຈະຈັດໃຫ້ມີກິດຈະກໍາຫລາກຫລາຍສີສັນເປັນຕົ້ນ: ການຈັດວາງສະແດງສິນຄ້າຕະຫລາດນັດເລີ່ມມາແຕ່ວັນທີ 12 ກຸມພາ 2024 ມີສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ, ສິນຄ້າຜົນຜະລິດທາງດ້ານກະສິກຳ, ຫັດຖະກຳ ແລະ ອຸດສາຫະກໍາປຸງແຕ່ງທີ່ເປັນທ່າແຮງ ແລະ ຜົນງານຂອງບັນດາ 11 ຕົວເມືອງ ພາຍໃນແຂວງໄຊຍະບູລີ, ມີສິນຄ້ານະວັດຕະກຳທີ່ຕິດພັນທາງດ້ານວິຊາການ ບາງພະແນກການຂອງແຂວງໄຊຍະບູລີ, ຫົວໜ່ວຍທຸລະກິດຂອງພາກລັດ, ເອກະຊົນທັງພາຍໃນ ແລະ ຕ່າງປະເທດ ແລະ ຕົວແທນຂອງຊາວບ້ານເຂົ້າຮ່ວມ ຈຳນວນ 310 ຮ້ານ, ມີພິທີຕັກບາດທຳບຸນໃຫ້ຄົນ ແລະ ຊ້າງ, ຖວາຍສັງຄະທານຕາມຮີດຄອງປະເພນີໃນວັນທີ 16 ກຸມພາ 2024.

ສຳລັບມື້ເປີດງານເປັນທາງການນີ້, ຜູ້ເຂົ້າຮ່ວມໄດ້ຮັບຊົມ ຂະບວນກ້ອນກໍາລັງຂອງແຕ່ລະກ້ອນເຂົ້າສູ່ສະໜາມເພື່ອສະແດງໃຫ້ເຫັນຄວາມສາມັກຄີອັນເປັນປຶກແຜ່ນຂອງມວນຊົນແຂວງໄຊຍະບູລີ ແລະ ຂະບວນຊ້າງເຂົ້າຮ່ວມມີ 35 ໂຕ, ການສະແດງຂອງຊ້າງຄໍາຮູ້ ຈໍານວນ 23 ໂຕ, ມີ 20 ລາຍການ, ການບາສີສູ່ຂວັນໃຫ້ຊ້າງ ແລະ ການສະແດງໂດດຈ້ອງຂອງກອງພັນທະຫານອາກາດ. ໃນແຕ່ລະວັນຈະມີການເປີດໃຫ້ແຂກໄດ້ມາຊົມການ ສະແດງຂອງຊ້າງຄຳຮູ້, ບໍລິການຂີ່ຊ້າງ, ທ່ຽວຊົມຕະຫລາດນັດວາງສະແດງສິນຄ້າ ແລະ ຊົມການ ສະແດງສິລະປະວັນນະຄະດີຂອງອ້ອມຂ້າງແຂວງ ແລະ ເມືອງ, ເຂົ້າຊົມແຫລ່ງທ່ອງທ່ຽວສູນອະນຸລັກຊ້າງ ແລະ ຂະຫຍາຍພັນຊ້າງອາຊີ (ພູແຄນ) ແລະ ທ່ອງທ່ຽວພາຍໃນເທສະບານແຂວງ ຕາມສະຖານທີ່ທ່ອງທ່ຽວຕ່າງໆ.

ໃນໂອກາດນີ້, ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ໄດ້ໃຫ້ກຽດກ່າວເປີດມະຫາກໍາບຸນຊ້າງຄັ້ງທີ 17 ແລະ ເປີດປີທ່ອງທ່ຽວລາວ 2024 ຂອງແຂວງໄຊຍະບູລີ ເຊິ່ງບາງຕອນໄວ່າ: ການຈັດມະຫາກໍາບຸນຊ້າງຄັ້ງນີ້ ເປັນປີທີ 17 ແລ້ວ, ເຊິ່ງເປັນການສົ່ງເສີມມູນເຊື້ອວັດທະນະທຳອັນດີງາມ, ທັງເປັນການສືບຕໍ່ເຜີຍແຜ່ ແລະ ປູກຈິດສຳນຶກໃຫ້ແກ່ອະນຸຊົນ, ຄົນຮຸ່ນຫລັງ ໃນການອະນຸລັກ ແລະ ຂະຫຍາຍພັນຊ້າງໃຫ້ມີຄວາມຍືນຍົງ ຄຽງຄູ່ກັບວິຖີຊີວິດຂອງປະຊາຊົນບັນດາເຜົ່າ ພາຍໃນແຂວງໄຊຍະບູລີ ກໍຄືຂອງຊາດລາວພວກເຮົາຕະຫລອດໄປ.

ຂ່າວ-ພາບ: ບຸນທີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments