Home ແຈ້ງການສໍາຄັນ ສະພາບອາກາດ ວັນທີ 19 ກຸມພາ 2024

ສະພາບອາກາດ ວັນທີ 19 ກຸມພາ 2024

0

ສະພາບອາກາດ ເຊົ້າວັນທີ 19 ກຸມພາ 2024, ຄວາມກົດດັນສູງຂອງ ອາກາດເຢັນມີກໍາລັງອ່ອນຍັງຈະສືບຕໍໍ່ປົກຄຸມຢູ່ເຂດພາກເໜືອຂອງ ປະເທດລາວ, ສົມທົບກັບກະແສລົມຕາເວັນຕົກພັດປົກຄຸມ, ຊຶ່ງຈະເຮັດ ໃຫ້ອາກາດຍັງຈະເຢັນ ຫາ ໜາວເຢັນໃນຕອນເຊົ້າ ພ້ອມມີໝອກບາງ ປົກຫຸຸ້ມຢູ່ທົ່ວໄປໃນແຕ່ລະພາກ, ສ່ວນຕອນບ່າຍອາກາດຮ້ອນ ໂດຍສະເພາະຢູ່ເຂດພາກເໜືອດ້ານຕາເວັນຕົກ ລົງຫາ ພາກກາງ ແລະ ພາກໃຕ້ ພ້ອມຈະມີຝົນຕົກ ຟ້າຮ້ອງໃນລະດັບຄ່ອຍ ແລະ ຈະມີລົມພັດ ແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ.

ສໍາລັບ ນະຄອນຫລວງວຽງຈັນ ອາກາດຮ້ອນ ພ້ອມຈະມີຝົນຕົກ ຟ້າຮ້ອງໃນລະດັບຄ່ອຍ ແລະ ຈະມີລົມພັດແຮງເປັນບາງໂອກາດຢູ່ບາງ ບໍລິເວນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 20%. ອຸນຫະພູມ ໃນລະຫວ່າງ 23-34 ອົງສາ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version