Home ບຸນປະເພນີ ຫລາຍພາກສ່ວນ ສືບຕໍ່ມອບເງິນອຸປະຖໍາ ມະຫາກໍາບຸນຊ້າງ

ຫລາຍພາກສ່ວນ ສືບຕໍ່ມອບເງິນອຸປະຖໍາ ມະຫາກໍາບຸນຊ້າງ

0

ແຫລ່ງຂ່າວຈາກ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ໃນວັນທີ 13 ກຸມພາ 2024, ບັນດາບໍລິ ສັດ, ລັດວິສາຫະກິດ, ທະນາຄານ ທີ່ດໍາເນີນທຸລະກິດຢູ່ແຂວງໄຊຍະບູລີ ໄດ້ສືບຕໍ່ມອບເງິນອຸປະຖໍາມະ ຫາກໍາບຸນຊ້າງ ແລະ ເປີດປີທ່ອງທ່ຽວລາວ ແຂວງໄຊຍະບູລີ ປະຈໍາປີ 2024 ຊຶ່ງຈະໄດ້ເປີດງານຢ່າງເປັນທາງການໃນວັນທີ 17 ກຸມພາ 2024 ນີ້.

ພາກສ່ວນຕ່າງໆທີ່ມອບເງິນອຸປະຖໍາຄັ້ງນີ້ປະກອບມີ: ບໍລິສັດ ອຸທຸມພອນກໍ່ສ້າງ ແລະ ຂົວທາງ ຈໍາກັດ ມອບເງິດສົດ 10 ລ້ານກີບ, ທະນາຄານ ພັດທະນາລາວ ຈໍາກັດມອບວັດຖຸ ແລະ ເງິນສົດ 244 ລ້ານກວ່າກີບ, ທະນາຄານນະໂຍບາຍມອບເງິນສົດ 3 ລ້ານກີບ, ບໍລິສັດ ລົງທຶນພັດທະນາທ່ອງທ່ຽວເຊໂນ-ລາວ ຈໍາກັດ ມອບເງິນສົດ 10 ລ້ານກີບ, ລັດວິສາຫະກິດນໍ້າປະປາແຂວງ 4 ລ້ານກີບ, ບໍລິສັດ ນໍ້າຮຸ່ງ 1 ໄຮໂດຣ ພາວເວີ ຈໍາກັດ 10 ລ້ານກີບ, ບໍລິສັດ ອີທີແອວ ມະຫາຊົນ ຈໍາກັດ ສາຂາແຂວງ 15 ລ້ານກີບ, ທະນາຄານຮ່ວມພັດທະນາ ມອບວັດຖຸ ແລະ ເງິນ ລວມມູນຄ່າທັງໝົດ 130 ລ້ານກີບ, ບໍລິສັດ ລາວໂທລະຄົມ ມະນາຄົມ ສາຂາແຂວງ 20 ລ້ານກີບ ແລະ ທະນາຄານ ສົ່ງເສີມກະສິກໍາ ສາຂາແຂວງ ມອບວັດຖຸ ແລະ ເງິນສົດ ປະມານ 43 ລ້ານ.

ໃນໂອກາດຮັບການອຸປະຖໍາໃນຄັ້ງນີ້, ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ, ທັງເປັນປະທານຄະນະກໍາມະການຈັດງານມະຫະກໍາບຸນຊ້າງ ແລະ ເປີດປີທ່ອງທ່ຽວລາວ ແຂວງໄຊຍະບູລີ ປະຈໍາປີ 2024 ໄດ້ສະແດງຄວາມຂອບໃຈມາຍັງບັນດາບໍລິສັດ ທີ່ສະໜັບສະໜູນວັດຖຸ ແລະ ເງິນສົດ ເພື່ອປະກອບສ່ວນໃນການຈັດຄັ້ງນີ້, ພ້ອມທັງຢືນຢັນວ່າ ນຳຈະໃຊ້ໃຫ້ເກີດຜົນປະໂຫຍດສູງສຸດ.

ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version