Home ແຈ້ງການສໍາຄັນ ສະພາບອາກາດ ວັນທີ 14 ກຸມພາ 2024

ສະພາບອາກາດ ວັນທີ 14 ກຸມພາ 2024

0

ສະພາບອາກາດ ເຊົ້າວັນທີ 14 ກຸມພາ 2024, ຄວາມກົດດັນສູງຂອງ ອາກາດເຢັນຍັງຈະສືບຕໍໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງປານກາງ, ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອ ພັດປົກຄຸມ. ຊຶ່ງຈະເຮັດໃຫ້ອາກາດຍັງຈະເຢັນ ຫາ ໜາວເຢັນ ພ້ອມມີ ໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າໃນແຕ່ລະພາກ ແລະ ອາກາດ ຍັງຈະໜາວເຢັນຫລາຍ ພ້ອມມີໝອກໜາປົກຫຸ້ມຢູ່ບາງທ້ອງຖິ່ນ ແຂວງພາກເໜືອດ້ານຕາເວັນອອກ, ແຂວງໄຊສົມບູນ ແລະ ເຂດ ພູພຽງບໍລະເວນ ພ້ອມຈະມີລົມພັດແຮງເປັນບາງໂອກາດ. ສໍາລັບ ນະຄອນຫລວງວຽງຈັນ ອາກາດເຢັນໃນຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ. ອຸນຫະພູມໃນລະຫວ່າງ 18-30 ອົງສາ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version