Home ແຈ້ງການສໍາຄັນ ສະພາບອາກາດ ວັນທີ 13 ກຸມພາ 2024

ສະພາບອາກາດ ວັນທີ 13 ກຸມພາ 2024

0

ສະພາບອາກາດ ເຊົ້າວັນທີ 13 ກຸມພາ 2024, ຄວາມກົດດັນສູງຂອງ ອາກາດເຢັນໄດ້ອ່ອນກໍາລັງລົງຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງປານກາງ, ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອປົກ ຄຸມ. ຊຶ່ງຈະເຮັດໃຫ້ອາກາດຈະໜາວເຢັນ ຫາ ໜາວເຢັນຫລາຍ ພ້ອມມີ ໝອກໜາປົກຫຸ້ມໃນຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ສ່ວນແຂວງພາກກາງ ແລະ ພາກໃຕ້ ອາກາດຍັງຈະເຢັນ ຫາ ໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ໃນຕອນເຊົ້າ. ສໍາລັບນະຄອນຫລວງວຽງຈັນ ອາກາດເຢັນພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ຈະມີລົມພັດແຮງເປັນບາງໂອກາດ. ອຸນຫະພູມໃນລະຫວ່າງ 16-27 ອົງສາ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version