Sunday, September 8, 2024
Homeຂ່າວພາຍໃນຫົວໜ້າ ອອປສ ຕ້ອນຮັບຮອງປະທານສູນກາງສະຫະພັນແມ່ຍິງລາວ

ຫົວໜ້າ ອອປສ ຕ້ອນຮັບຮອງປະທານສູນກາງສະຫະພັນແມ່ຍິງລາວ

ໃນວັນທີ 12 ກຸມພາ 2024 ນີ້, ສະຫາຍ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ນາງ ທຳມາ ເພັດວິໄຊ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ພ້ອມຄະນະ ໃນໂອກາດລົງຊຸກຍູ້ວຽກງານສ້າງພະນັກງານນຳພາ-ຄຸ້ມຄອງເພດຍິງ ແລະ ການກະກຽມກອງປະຊຸມໃຫຍ່ສະຫະພັນແມ່ຍິງ ຢູ່ບັນດາກະຊວງ, ອົງການ ຕິດພັນກັບການກະກຽມດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ.

ໂອກາດດັ່ງກ່າວ, ສະຫາຍ ໄຊຊະນະ ໂຄດພູທອນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ສະຫາຍ ນາງ ທຳມາ ເພັດວິໄຊ ພ້ອມຄະນະ ທີ່ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານສ້າງພະນັກງານນຳພາ-ຄຸ້ມຄອງເພດຍິງ ຢູ່ບັນດາກະຊວງ, ອົງການ ໃນຄັ້ງນີ້. ພ້ອມທັງ, ອວຍພອນ ໃຫ້ການລົງມາເຄື່ອນໄຫວຕິດຕາມ, ຊຸກຍູ້ວຽກງານໃນຄັ້ງນີ້, ຈົ່ງມີຜົນສຳເລັດຢ່າງຈົບງາມ.

ສະຫາຍ ນາງ ທໍາມາ ເພັດວິໄຊ ກໍໄດ້ແຈ້ງຈຸດປະສົງຂອງການລົງເຄື່ອນໄຫວວຽກງານໃນຄັ້ງນີ້, ໃຫ້ທ່ານຫົວໜ້າ ອອປສ ຮັບຊາບ. ທັງນີ້, ກໍເພື່ອປຶກສາຫາລືວຽກງານໃນການເຄື່ອນໄຫວຕິດຕາມ, ຊຸກຍູ້ວຽກງານການສ້າງພະນັກງານ-ນຳພາຄຸ້ມຄອງເພດຍິງ ແລະ ທັງເປັນການກະກຽມບຸກຄະລາກອນເພດຍິງ ໃຫ້ແກ່ກອງປະຊຸມໃຫຍ່ ຂອງສະຫະພັນແມ່ຍິງ ຕິດພັນກັບກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກໃຫ້ບັນລຸຕາມເປົ້າໝາຍ.

ໃນໂອກາດດຽວກັນ, ທ່ານຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າພົບປະກັບ ສະຫາຍ ບຸນທັນ ບຸນທະວິໄລ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ ແລະ ເຮັດວຽກຮ່ວມ ກັບ ສະຫາຍ ນາງ ພອນທິບ ສາວະລີ ປະທານສະຫະ ພັນແມ່ຍິງ ອົງການໄອຍະການປະຊາຊົນສູງສຸດ, ຫົວໜ້າກົມກວດກາ ພ້ອມຄະນະ. ພ້ອມນັ້ນ, ຍັງໄດ້ຮັບຟັງການລາຍງານແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ຂັ້ນສູນກາງຄຸ້ມຄອງ ແລະ ອົງການຄຸ້ມຄອງ, ການບໍາລຸງ-ກໍ່ສ້າງ ແລະ ບັນຈຸ, ສັບຊ້ອນພະນັກງານນໍາພາ-ຄຸ້ມຄອງເພດຍິງ ແລະ ແຜນຄາດຄະເນເປົ້າໝາຍ ຄະນະບໍລິຫານງານສະຫະພັນແມ່ຍິງ ຊຸດໃໝ່, ຮັບຟັງການລາຍງານການເຄື່ອນໄຫວວຽກງານຮອບດ້ານ ແລະ ການກະກຽມດໍາເນີນກອງປະຊຸມໃຫ່ຍ ຂອງສະຫະພັນແມ່ຍິງ ອົງການໄອຍະການປະຊາຊົນສູງສຸດ ອີກດ້ວຍ.

ຂ່າວ-ພາບ: ອານຸສັກ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments