Wednesday, May 15, 2024
Homeຂ່າວຕ່າງປະເທດບຸນກຸດຈີນເປັນຂອງຈີນກໍເປັນຂອງໂລກ

ບຸນກຸດຈີນເປັນຂອງຈີນກໍເປັນຂອງໂລກ

ຫຼັງຈາກບຸນກຸດຈີນໄດ້ຮັບການກຳນົດເປັນວັນພັກຂອງອົງການສະຫະປະຊາຊາດແລ້ວ, ຢູ່ແຫ່ງຕ່າງໆ ຂອງໂລກໄດ້ມີບັນຍາກາດບຸນກຸດຈີນຢ່າງເຂັ້ມຂຸ້ນກວ່າເກົ່າ. ຈາກ “ບຸນປີໃໝ່ຂອງຈີນ” ກາຍເປັນ “ບຸນປີໃໝ່ຂອງໂລກ”, ບຸນກຸດຈີນ ປີມະໂລງປີນີ້ ໄດ້ອຳນວຍແຮງຂັບເຄື່ອນ ແລະໂອກາດອັນໃໝ່ໃຫ້ແກ່ປະຊາຊົນທົ່ວໂລກໃນການເຂົ້າໃຈປະເທດຈີນ ກໍຄືວັດທະນະທຳຈີນ. ບຸນກຸດຈີນເປັນບຸນປະເພນີເກົ່າແກ່ທີ່ສຸດ ແລະສຳຄັນທີ່ສຸດຂອງຈີນ. ບຸນກຸດຈີນໄດ້ຖືກຈັດໃຫ້ເປັນວັນພັກຂອງອົງການສະຫະປະຊາຊາດ, ສະແດງໃຫ້ເຫັນວ່າຈີນແລະວັດທະນະທຳຈີນໄດ້ຮັບຄວາມນິຍົມຊົມຊອບຫຼາຍຂຶ້ນຕື່ມອີກ.

ທ່ານ ເດັນນິສ ຟຣານຊິສ ປະທານສະມັດຊາໃຫຍ່ອົງການສະຫະປະຊາຊາດສະໄໝທີ 78 ເຫັນວ່າ, ນີ້ແມ່ນສັນຍາລັກທີ່ສ່ອງແສງໃຫ້ເຫັນເຖິງບົດບາດສຳຄັນຂອງຈີນໃນລະບົບອົງການສະຫະປະຊາຊາດ ແລະລັດທິຫຼາຍຝ່າຍ, ທັງສະແດງໃຫ້ເຫັນວ່າປະຊາຊົນຈີນຍິນດີແບ່ງປັນວັດທະນະທຳຂອງຕົນກັບທົ່ວໂລກ. ໂດຍຜ່ານການສຳຜັດກັບກິດຈະກຳບຸນກຸດຈີນຕ່າງໆ, ປະຊາຊົນທົ່ວໂລກໄດ້ຮັບຮູ້ແລະເຂົ້າໃຈປະເທດຈີນຂຶ້ນຕື່ມອີກ, ເຂົ້າໃຈວ່າວັດທະນະທຳຈີນມີລັກສະນະເປີດກວ້າງແລະກວມລວມ, ທັງມີລັກສະນະປະດິດສ້າງໃໝ່. ປະເທດຈີນທີ່ເປີດປະຕູສູ່ພາຍນອກ ແລະໂອບເອື້ອອາລີພວມຊຸກຍູ້ຄວາມທັນສະໄໝແບບຈີນຢ່າງບໍ່ຢຸດຢັ້ງ, ເພື່ອປະກອບສ່ວນ ແລະສ້າງໂອກາດໃຫ້ແກ່ຄວາມໝັ້ນຄົງຮ່ວມກັນ ແລະການພັດທະນາພ້ອມກັນຂອງບັນດາປະເທດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments