Home ຂ່າວໜ້າໜຶ່ງ ສະຫລຸບວຽກງານ ຖວທ ທົ່ວປະເທດ ປະຈຳປີ 2023 ແລະ ທິດທາງແຜນການ ປີ 2024

ສະຫລຸບວຽກງານ ຖວທ ທົ່ວປະເທດ ປະຈຳປີ 2023 ແລະ ທິດທາງແຜນການ ປີ 2024

0

ກອງປະຊຸມສະຫລຸບວຽກງານ ຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ທົ່ວປະເທດ ປະຈຳປີ 2023 ແລະ ທິດທາງແຜນການ ປີ 2024 ຈັດຂຶ້ນໃນວັນທີ 12-13 ກຸມພາ 2024 ໂດຍການເປັນປະທານຂອງ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະ ແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ, ມີຜູ້ຕ່າງໜ້າຈາກພະແນກ ຖວທ ໃນຂອບເຂດທົ່ວປະເທດເຂົ້າຮ່ວມ. ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ມີຄຳເຫັນວ່າ: ວຽກງານ ຖວທ ແມ່ນວຽກງານຊຸກຍູ້ສົ່ງເສີມ, ພັດທະນາຄົນ ແລະ ສັງຄົມ, ແມ່ນວຽກງານສ້າງພື້ນຖານອະລິຍະທໍາ ທາງດ້ານຈິດໃຈຂອງສັງຄົມ ເຊິ່ງເປັນປັດໄຈປະກອບສ່ວນ ເຂົ້າໃນການຕັດສິນການຄົງຕົວ ແລະ ຂະຫຍາຍຕົວຂອງຊາດ ໃຫ້ທຽບທັນກັບບັນດາອະລິຍະປະເທດຕ່າງໆ ແລະ ສາມາດເຂົ້າຮ່ວມກັບກະແສຄວາມກ້າວໜ້າ ຂອງຂະບວນວິວັດແຫ່ງ ການພັດທະນາໃນໂລກໄດ້. ໃນ 1 ປີຜ່ານມາຄະນະພັກ, ຂັ້ນທັງສູນກາງ ແລະ ທ້ອງຖິ່ນ ໄດ້ເອົາໃຈໃສ່ ກຳນົດບັນດາແຜນການ, ແຜນງານ ແລະ ໂຄງການຈຸດສຸມ ຂອງວຽກງານ ຖວທ ເຂົ້າໃນແຜນພັດທະນາທັງຂັ້ນສູງກາງ ແລະ ທ້ອງຖິ່ນ ຢ່າງຖືກຕ້ອງສອດຄ່ອງ; ພະນັກງານ-ລັດຖະ ກອນ ທົ່ວຂະແໜງການ ຖວທ ມີຄວາມຫ້າວຫັນ, ເປັນເຈົ້າການປະຕິບັດໜ້າທີ່ວຽກງານ ວິຊາສະເພາະຂອງຕົນເອງ ດ້ວຍຄວາມຮັບຜິດຊອບສູງ, ສາມາດເຮັດໜ້າທີ່ເປັນເສນາທິການໃຫ້ ແກ່ຄະນະພັກ-ຄະ ນະນຳກະຊວງ ກໍຄື ຄະນະພັກ ແລະ ອຳນາດການປົກຄອງທ້ອງຖິ່ນ ອັນໄດ້ເຮັດໃຫ້ວຽກງານຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມີຜົນສຳເລັດຫລາຍດ້ານທັງດ້ານປະລິມານ ແລະ ຄຸນນະພາບ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງປະເທດ ໃຫ້ມີຄວາມເຂັ້ມ ແຂງ, ພ້ອມທັງເຮັດໃຫ້ປະເທດຊາດມີຄວາມສະຫງົບ, ມີສະຖຽນລະພາບ ແລະ ຄວາມໝັ້ນຄົງທາງດ້ານການເມືອງ, ປະຊາຊົນບັນດາເຜົ່າມີຄວາມສາມັກຄີປອງດອງ ແລະ ມີຊີວິດການເປັນຢູ່ທາງດ້ານວັດຖຸ ກໍຄື ຈິດໃຈນັບມື້ນັບດີຂຶ້ນໄປເລື້ອຍໆ.

ໃນກອງປະຊຸມ, ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີ ກະຊວງ ຖວທ ໄດ້ໃຫ້ຮູ້ວ່າ: ໃນ 1 ປີຜ່ານມາ ຂະແໜງ ຖວທ ສາມາດຍາດໄດ້ຜົນສຳເລັດຫລາຍດ້ານ ເປັນຕົ້ນ ວຽກງານຖະແຫລງຂ່າວ-ສື່ມວນຊົນ ໄດ້ຂະຫຍາຍລະບົບໂທລະໂຄ່ງໄລຍະ II ມີທັງໝົດ 1.000 ຊຸດ, ປະຕິບັດແລ້ວ 1.087 ຊຸດ; ລົງສໍາຫລວດ ແລະ ເກັບກໍາຂໍ້ມູນທີ່ດິນຖະແຫລງຂ່າວຢູ່ 3 ແຂວງພາກເໜືອ ແລະ 2 ແຂວງພາກໃຕ້ ເພື່ອຂຶ້ນແຜນງົບປະມານໃຫ້ແກ່ການກໍ່ສ້າງ ແລະ ຕິດຕັ້ງສະຖານນີວິທະຍຸ FM ໃຫ້ແກ່ເມືອງທີ່ບໍ່ມີສະຖານີວິທະຍຸ ໂດຍສະເພາະ ບັນດາເມືອງທີ່ຢູ່ລຽບຕາມຊາຍແດນສຳເລັດ 8 ເມືອງ; ປັດຈຸບັນພາຫະ ນະສື່ມວນຊົນໃນຂອບເຂດທົ່ວປະເທດ ປະເພດສື່ສິ່ງພິມມີທັງໝົດ 116 ສະບັບ; ພາກເອກະຊົນ 13 ສະບັບ, ພາກລັດມີ 103 ສະບັບ. ໃນນີ້, ເປັນລາຍວັນ 11 ສະບັບ; ສະຖານີວິທະຍຸກະຈາຍສຽງທົ່ວປະເທດມີທັງໝົດ 168 ສະຖານີ. ໃນນີ້, ມີສະຖານນີ FM ແລະ AM 86 ສະຖານີ, ວິທະຍຸເຄືອຂ່າຍມີ 82 ສະຖານີ; ສະຖານີໂທລະພາບທົ່ວປະເທດມີ 49 ສະຖານນ(ສະຖານີໂທລະພາບອານາລອກມີ 25 ສະຖານີ, ໂທລະພາບຜ່ານດາວທຽມ ມີ 10 ສະຖານີ ແລະ ໂທລະພາບດີຈີຕອນ 14 ສະຖານີ); ໜ້າຂ່າວອອນລາຍ 86 ໜ້າຂ່າວ ແລະ ໂທລະໂຄ່ງ ມີ 7.858 ຊຸດ. ນອກຈາກນີ້ກໍໄດ້ສໍາເລັດພິທີມອບ-ຮັບ ສະຖານີວິທະຍຸ-ໂທລະພາບ ແຂວງໄຊສົມບູນ ໂດຍການຊ່ວຍເຫລືອຂອງ ສສ ຫວຽດນາມ.

ພ້ອມກັນນີ້, ກໍໄດ້ສ້າງພະນັກງານສືບທອດປ່ຽນແທນ ໃນຂະແໜງຖະແຫລງຂ່າວ-ສື່ມວນຊົນ ໃຫ້ມີຄຸນນະພາບດີກວ່າເກົ່າ, ສຶກສາຮຽນຮູ້ວິຊາສະເພາະທີ່ກ່ຽວຂ້ອງ ຢູ່ພາຍໃນ ແລະ ຕ່າງປະເທດ ເປັນຕົ້ນ ການອົບຮົມວິຊາການຂຽນຂ່າວ, ຕັດຕໍ່ພາບນິ້ງ-ວິດີໂອ ແລະ ອື່ນໆ; ໄດ້ເອົາໃຈໃສ່ໃນການສືບທອດ, ເສີມຂະຫຍາຍມູນເຊື້ອ ແລະ ອະນຸລັກຮັກສາຄຸນຄ່າວັດທະນະທຳອັນດີງາມຂອງຊາດ, ຂອງເຜົ່າໄດ້ເປັນຢ່າງດີ. ພ້ອມກັນນັ້ນ, ກໍເອົາໃຈໃສ່ປ້ອງກັນ, ສະກັດກັ້ນ, ແກ້ໄຂກະແສວັດທະນະທໍາ ແລະ ຄ່ານິຍົມທີ່ບໍ່ສອດຄ່ອງ ບໍ່ໃຫ້ແຊກຊຶມເຂົ້າມາດ້ວຍການສຶກສາອົບຮົມ, ໂຄສະນາເຜີຍແຜ່ໃຫ້ສັງຄົມຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງ; ໄດ້ສົ່ງເສີມ ແລະ ອະນຸລັກຮັກສາວັດທະນະທໍາ ທີ່ເປັນເອກະລັກຂອງບັນດາເຜົ່າ ເປັນຕົ້ນ ລົງເກັບກຳຂໍ້ມູນປະຫວັດ, ວິຖິຊີວິດ ແລະ ການນຸ່ງຖືຂອງຊົນເຜົ່າອາຄາ, ຊົນເຜົ່າໄທແດງ, ຊົນເຜົ່າຜູ້ນ້ອຍ; ໄດ້ຖ່າຍທໍາສາລະຄະດີໂຄສະນາເຜີຍແຜ່ຊິວິດວັດທະນະທຳ ອອກອາກາດຜ່ານທາງໂທລະພາບແຫ່ງຊາດລາວ ແລະ ຜະລິດລາຍການ ອອກອາກາດທາງວິທະຍຸກະຈາຍສຽງແຫ່ງຊາດ, ສຶກສາ, ຄົ້ນຄວ້າ, ເກັບກຳຂໍ້ມູນ ແລະ ປະກອບແບບຟອມ “ຟ້ອນລໍາວົງລາວ” ເຖິງອົງການອຸຍແນັສໂກ ເພື່ອສະເໜີເປັນມໍລະດົກວັດທະນະທໍານາມມະທໍາ, ພ້ອມທັງໄດ້ຄົ້ນຄວ້າ, ເກັບກຳຂໍ້ມູນ, ສັງລວມຮູບພາບ ແລະ ວິດີໂອ ເພື່ອກະກຽມປະກອບແບບຟອມສະເໜີລົງທະບຽນ “ປະເພນີສູ່ຂວັນ” ແລະ ຄົ້ນຄວ້າຂໍ້ມູນສ້າງປື້ມການອະນຸລັກ ແລະ ສົ່ງເສີມສິລະປະວັດທະນະທໍານາມມະທຳຟ້ອນລາຍງ້າວ;

ພ້ອມທັງໄດ້ເອົາໃຈໃສ່ຄຸ້ມຄອງ, ກວດກາ ວຽກງານການພິມ, ສິ່ງພິມຢູ່ພາຍໃນປະເທດ ແລະ ນຳເຂົ້າຈາກຕ່າງປະເທດ ຢ່າງຕັ້ງໜ້າ ເພື່ອສະກັດກັ້ນບັນດາສິ່ງພິມທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ ແລະ ລາມົກອານາຈານ; ສຸມໃສ່ການອະນຸລັກ, ປົກປັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າຂອງມໍລະ ດົກແຫ່ງຊາດໃນລະດັບຕ່າງໆ, ສຳເລັດການນຳສະເໜີ ຫັດຖະກຳພື້ນເມືອງ ພູມປັນຍາການຕໍ່າລາຍນາກ ຂອງຊຸມຊົນເຊື້ອຊາດລາວ ຖືກຮັບຮອງເປັນມໍລະດົກວັດທະນະທຳ ທີ່ບໍ່ເປັນວັດຖຸຂອງມວນມະນຸດ ໂດຍອົງການອຸຍແນັສໂກ, ສຳເລັດການນຳສົ່ງເອກະສານຄຳຮ້ອງ ສະເໜີອຸທິຍານແຫ່ງຊາດຫີນໜາມໜໍ່ ເປັນມໍລະດົກໂລກທາງທໍາມະຊາດ ແບບເຊື່ອມຕໍ່ກັບ ສວນອຸທິຍານແຫ່ງຊາດຟອງຫຍາແກ່ບາງ ມໍລະ ດົກໂລກຂອງ ສສ ຫວຽດນາມ, ສຳເລັດການຮັບຮອງ ມໍລະດົກແຫ່ງຊາດລະດັບທ້ອງຖິ່ນ 5 ແຫ່ງ ແລະ ຂົງເຂດວຽກງານອື່ນໆກບສາມາດຍາດໄດ້ຜົຮສຳເລັດເຊັ່ນດຽວກັນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version