Sunday, September 8, 2024
Homeແຈ້ງການສໍາຄັນະພາບອາກາດ ວັນທີ 12 ກຸມພາ 2024

ະພາບອາກາດ ວັນທີ 12 ກຸມພາ 2024

ສະພາບອາກາດ ເວລາ 12:00 ໂມງ ວັນທີ 12 ກຸມພາ 2024, ຄວາມກົດດັນ ສູງຂອງອາກາດເຢັນຍັງປົກຄຸມຢູູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາ ລັງແຮງ, ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອພັດປົກຄຸມ. ຊຶ່ງຈະ ເຮັດໃຫ້ອາກາດຍັງຈະໜາວເຢັນ ຫາ ໜາວເຢັນຫລາຍ ພ້ອມມີໝອກ ໜາປົກຫຸ້ມໃນຕອນເຊົ້າຢູ່ບາງທ້ອງຖິ່ນແຂວງພາກເໜືອ, ແຂວງ ໄຊສົມບູນ ແລະ ເຂດພູພຽງບໍລະເວນ. ສ່ວນແຂວງພາກກາງ ແລະ ພາກໃຕ້ ອາກາດຍັງຈະເຢັນ ຫາ ໜາວເຢັນ, ພ້ອມມີໝອກບາງປົກຫຸ້ມຢູູ່ທົ່ວໄປໃນ ຕອນເຊົ້າ ແລະ ຍັງຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນແຂວງ ພາກເໜືອ.

ຂໍ້ມູນອຸຕຸກະເສດ ປະຈໍາອາທິດສໍາລັບເຂົ້ານາແຊງ ແລະ ພືດຜັກ, ວັນທີ 12-18/02/2024. ໃນໄລຍະໜຶ່ງອາທິດຂ້າງໜ້າແມ່ນມີຄວາມສ່ຽງ ອາກາດໜາວເຢັນຢູູ່ໃນເຂດເມືອງທຸລະຄົມ, ແຂວງວຽງຈັນ. ໃຫ້ປະຊາຊົນ ເພີ່ມທະວີຕິດຕາມເຝົ້າລະວັງ ແລະ ນໍາໃຊ້ມາດຕະການທີ່ເໜາະສົມຕາມ ການແນະນໍາຈາກຂະແໜງກະສີກໍາ ເພື່ອຫລຸດຜ່ອນຄວາມເສຍຫາຍ ຈາກຄວາມສ່ຽງສະພາບອາກາດໜາວເຢັນຢູູ່ເມືອງທຸລະຄົມ ແຂວງວຽງຈັນ ທີ່ມີຄວາມສ່ຽງລະດັບສູງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments