Thursday, May 16, 2024
Homeຂ່າວພາຍໃນການສ້ອມແປງເສັ້ນທາງສີໄຄ-ສີເກີດ ຈະສໍາເລັດພາຍໃນກາງປີ 2025

ການສ້ອມແປງເສັ້ນທາງສີໄຄ-ສີເກີດ ຈະສໍາເລັດພາຍໃນກາງປີ 2025

ປັດຈຸບັນ, ການສ້ອມແປງເສັ້ນທາງຫລວງແຫ່ງຊາດ ເລກທີ 13 ເຫນືອ ແຕ່ສີໄຄ-ສີເກີດ ພວມໄດ້ຮັບການຈັດຕັ້ງປະຕິບັດ ຊຶ່ງຄາດຫມາຍຈະໃຫ້ສໍາເລັດພາຍໃນກາງ ປີ 2025.

ທ່ານ ຄໍາຫລ້າ ອ່າວມັດສາ, ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງສີໂຄດຕະບອງ, ນະຄອນຫລວງວຽງຈັນ ໃຫ້ສໍາພາດຕໍ່ນັກຂ່າວເມື່ອບໍ່ດົນມານີ້ວ່າ: ຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງສີໂຄດຕະບອງ ໄດ້ປະກອບສ່ວນເຂົ້າຮ່ວມໂຄງການສ້ອມແປງເສັ້ນທາງຫລວງແຫ່ງຊາດ ເລກທີ 13 ເໜືອ ແຕ່ສີໄຕ ຫາ ສີເກີດ ດ້ວຍການອອກແຈ້ງການ ແລະ ຊ່ວຍໂຄສະນາເຜີຍ ແຜ່ກ່ຽວກັບການຈັດຕັ້ງປະຕິບັດໂຄງການດັ່ງກ່າວ, ພ້ອມນີ້ ໄດ້ຊ່ວຍໄກ່ເກ່ຍຈ່າຍຄ່າເວນຄືນຜົນກະທົບສິ່ງກີດຂວາງອອກຈາກແລວທາງ ທັງໝົດ 659 ກໍລະນີ, ໃນນີ້ ໄກ່ເກ່ຍຊົດເຊີຍຄ່າທີ່ດິນ 195 ກໍລະນີ ແລະ ສິ່ງປຸກສ້າງ 464 ກໍລະນີ, ລວມມູນຄ່າຊົດເຊຍ ແລະ ຈ່າຍຄ່າເສຍໂອ ກາດໃຫ້ປະຊາຊົນທີ່ດໍາເນີນທຸລະກິດຢູ່ແຄມເສັ້ນທາງດັ່ງກ່າວ 19,8 ຕື້ກວ່າກີບ ເຮັດໃຫ້ການຊົດເຊີຍຜົນເສຍຫາຍຂອງປະຊາຊົນສໍາເລັດ 99%.

ທ່ານ ຄໍາຫລ້າ ອ່າວມັດສາ ໃຫ້ຮູ້ຕື່ມວ່າ: ການສ້ອມແປງເສັ້ນທາງດັ່ງກ່າວ ແມ່ນເລີ່ມແຕ່ສີ່ແຍກສີເກີດເປັນຕົ້ນມາ. ປັດຈະບັນ ພວມກໍ່ສ້າງລະບົບຫ້ອງລະບາຍນໍ້າ. ດັ່ງນັ້ນ ການສັນຈອນໄປ-ມາຜ່ານເສັ້ນທາງນີ້ໃນໄລຍະນີ້ພົບຄວາມຫຍຸ້ງຍາກສົມຄວນ. ສະນັ້ນ ຜູ້ສັນຈອນຜ່ານເສັ້ນທາງດັ່ງກ່າວໃນໄລຍະນີ້ຕ້ອງມີສະຕິ ແລະ ຄ່ອຍໄປຄ່ອຍມາເພື່ອປ້ອງກັນອຸບັດຕິເຫດທີ່ອາດ ຈະເກີດ ຂຶ້ນ, ຊຶ່ງຕາມສັນຍາທີ່ບໍລິສັດຮັບເໝົາສ້ອມແປງໄດ້ເຊັນໄວ້ກັບພາກສ່ວນກ່ຽວຂ້ອງ ແມ່ນຈະໃຊ້ເວລາສ້ອມແປງທັງໝົດ 18 ເດືອນຈຶ່ງສໍາເລັດ.

ການສ້ອມແປງເສັ້ນທາງຫລວງແຫ່ງຊາດ ເລກ 13 ເໜືອ ໄລ ຍະທາງແຕ່ສີໄຄ, ເມືອງສີໂຄດຕະບອງ ຫາ ສີເກີດ, ເມືອງນາຊາຍທອງ, ນະຄອນຫລວງວຽງຈັນ, ມີຄວາມຍາວທັງໝົດ 6 ກິໂລ ແມັດ, ມີມູນຄ່າໂຄງການທັງໝົດ 10.294.408,44 ໂດລາສະ ຫະລັດ, ເປັນໂຄງການສືບຕໍ່ຈາກໄລຍະທາງສີເກີດ ຫາ ໂພນໂຮງ (ລວງຍາວ 58 ກິໂລແມັດ) ທີ່ສຳເລັດການກໍ່ສ້າງໃນກາງປີ 2023 ນີ້ໂດຍໄດ້ຮັບທຶນເງິນກູ້ດອກເບ້ຍຕ່ຳຈາກ 3 ສະຖາບັນການເງິນ ຄື: ທະນາຄານໂລກ, ທະນາຄານການລົງທຶນໂຄງລ່າງພື້ນຖານອາຊີ ແລະ ກອງທຶນຂອງກຸ່ມປະເທດນໍດິກ ເພື່ອການພັດທະນາ, ລວມທັງທຶນສົມທົບຂອງລັດຖະບານລາວ ໂດຍແມ່ນ ກຸ່ມບໍລິສັດ ຕັງຈະເລີນ ຈໍາກັດ ເປັນຜູ້ຮັບເໝົາກໍ່ສ້າງ ໂດຍໄດ້ເຊັນສັນຍາກັບພາກສ່ວນກ່ຽວຂ້ອງຂອງກະຊວງໂຍທາທິການ ແລະ ຂົນສົ່ງໃນຕອນຄໍ່າວັນທີ 29 ກັນຍາ 2023 ຜ່ານມານີ້ ທີ່ໂຮງແຮມລາວພາຊ່າ, ນະຄອນຫລວງວຽງຈັນ.

Cr: ຂ່າວອອນລາຍ, ວສລ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments