Sunday, September 8, 2024
Homeຂ່າວພາຍໃນກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກ ທຫລ

ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກ ທຫລ

ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກທະນາຄານ ແຫ່ງ ສປປ ລາວ ຄັ້ງທີ 11 ສະໄໝທີ IV ຈັດຂຶ້ນວັນທີ 8 ກຸມພາ 2024 ທີ່ສະຖາບັນການທະນາຄານ ນະຄອນຫຼວງວຽງຈັນ ເປັນປະທານ ຂອງສະຫາຍ ບຸນເຫຼືອ ສິນໄຊວໍຣະວົງ ເລຂາຄະນະບໍລິຫານງານພັກ ຜູ້ວ່າການທະນາຄານແຫ່ງ ສປປ ລາວ (ທຫລ) ມີສະຫາຍຮອງເລຂາຄະນະບໍລິຫານງານພັກ ບັນດາສະຫາຍຄະນະບໍລິຫານງານພັກ ທຫລ ຫົວໜ້າສາຂາ ທຫລ ປະຈໍາພາກ ແລະ ພະນັກງານຫຼັກແຫຼ່ງ 200 ກວ່າສະຫາຍ ເຂົ້າຮ່ວມ

ສະຫາຍ ບຸນເຫຼືອ ສິນໄຊວໍຣະວົງ ກ່າວວ່າ:ໂດຍປະຕິບັດຕາມລະບອບແບບແຜນການນໍາພາ ແລະ ວິທີເຮັດວຽກຂອງຄະນະບໍລິຫານງານພັກ ທຫລ ສະໄໝທີ IV ມື້ນີ້ ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກ ທຫລ ຄັ້ງທີ 11 ສະໄໝທີ IV ໄດ້ເປີດຂຶ້ນຢ່າງເປັນທາງການ ໃນທ່າມກາງບັນຍາກາດທີ່ທົ່ວພັກ ທົ່ວລັດ ພວມສຸມໃສ່ການອອກແຮງຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແຜນພັດທະນາເສດຖະກິດສັງຄົມ 5 ປີ ຄັ້ງທີ IX ການຈັດຕັ້ງປະຕິບັດວາລະແຫ່ງຊາດ ແລະ ການກະ ກຽມຄວາມພ້ອມຮອບດ້ານ ໃຫ້ແກ່ການດໍາເນີນກອງປະຊຸມ 3 ຂັ້ນຂອງພັກ ສະເພາະຢູ່ອົງຄະນະພັກ ທຫລ ກໍພວມສຸມໃສ່ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ກໍຄືການຕີລາຄາໝາກຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IV ໃນໄລຍະທ້າຍສະໄໝຂອງຕົນ;

ດ້ວຍເຫດນັ້ນ ຈິດໃຈສໍາຄັນຕົ້ນຕໍຂອງກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກ ທຫລ ໃນຄັ້ງນີ້ ຈຶ່ງມີຄວາມໝາຍສໍາຄັນເປັນຢ່າງຍິ່ງ ເພາະພວກເຮົາຈະໄດ້ພ້ອມກັນຮັບຟັງການເຜີຍແຜ່ເອກະສານທີ່ສໍາຄັນຂອງຂັ້ນເທິງຈໍານວນໜຶ່ງ ເປັນຕົ້ນແມ່ນ: ມະຕິຂອງລັດຖະບານ ເລກທີ 17/ລບ ວ່າດ້ວຍການແບ່ງຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດມະຕິ ວ່າດ້ວຍການສືບຕໍ່ຍູ້ແຮງຜັນຂະຫຍາຍແນວທາງປ່ຽນແປງ ໃໝ່ ສູ່ລວງເລິກ ສ້າງການຫັນປ່ຽນທີ່ແຂງແຮງ ເລິກເຊິ່ງ ແລະ ຮອບດ້ານ ໃນການນໍາພາຂອງພັກ ສະ ບັບເລກທີ 05/ຄບສພ ເຜີຍແຜ່ທິດຊີ້ນໍາຂອງສະຫາຍເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ຕໍ່ກັບວຽກງານການເງິນທົ່ວປະເທດ ແລະ ຮັບຟັງການປາຖະກະຖາມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ.

ຄຽງຄູ່ກັນນັ້ນ ຍັງຈະພ້ອມກັນຕີລາຄາຄວາມຮັບຜິດຊອບໜ້າທີ່ການເມືອງ ຂອງຄະນະບໍລິຫານງານພັກ ທຫລ ໃນການນໍາພາ-ຊີ້ນໍາວຽກງານ ປະຈໍາປີ 2023 ເພື່ອເສີມຂະຫຍາຍຜົນງານ ກໍຄືຊອກໃຫ້ເຫັນດ້ານອ່ອນ-ຂໍ້ຄົງຄ້າງ ແລະ ສືບຕໍ່ກໍານົດທິດທາງແຜນການຈຸດສຸມ ໃນປີ 2024 ໃຫ້ມີການຫັນປ່ຽນທີ່ຈະແຈ້ງ ແລະ ເປັນຮູບປະທໍາກວ່າເກົ່າ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments