Saturday, July 27, 2024
Homeຂ່າວໜ້າໜຶ່ງນາຍົກລັດຖະມົນຕີ ພົບປະໂອ້ລົມພະນັກງານຫຼັກແຫຼ່ງແຂວງບໍ່ແກ້ວ

ນາຍົກລັດຖະມົນຕີ ພົບປະໂອ້ລົມພະນັກງານຫຼັກແຫຼ່ງແຂວງບໍ່ແກ້ວ

ວັນທີ 6 ກຸມພາ 2024, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ, ພະນັກງານການນໍາ ຂອງແຂວງບໍ່ແກ້ວ ທີ່ສະໂມສອນແຂວງ ເຊິ່ງໄດ້ຕ້ອນຮັບໂດຍທ່ານ ປອ ບົວຄົງ ນາມມະວົງ ເຈົ້າແຂວງ ແຂວງບໍ່ແກ້ວ ພ້ອມທັງລາຍງານສະພາບລວມຂອງແຂວງ, ການຊີ້ນໍາ-ນໍາພາຈັດຕັ້ງປະຕິບັດວຽກງານຮອບດ້ານໃນໄລຍະຜ່ານມາ. ເປັນຕົ້ນແມ່ນວຽກງານການເມືອງ, ວຽກປ້ອງກັນຊາດ-ປ້ອງກັນຄວາມສະຫງົບຕິດພັນກັບການຈັດຕັ້ງປະຕິບັດສອງວາລະແຫ່ງຊາດໃນການແກ້ໄຂບັນຫາຢາເສບຕິດ, ການພັດທະນາເສດຖະກິດ-ສັງຄົມ ແລະ ວຽກງານອື່ນໆ ຜ່ານມາໄດ້ເອົາໃຈໃສ່ຊຸກຍູ້, ສົ່ງເສີມການພັດທະນາເສດຖະກິດຢ່າງຕັ້ງໜ້າ ເຮັດເສດຖະກິດຂະຫຍາຍຕົວໃນລະດັບ 4,8 %; ລວມຍອດຜະລິດຕະພັນພາຍໃນ GDP 3.715,28 ຕື້ກີບທຽບໃສ່ແຜນການ ປະຕິບັດໄດ້ 99.48% ສະເລ່ຍລາຍຮັບຫົວຄົນ 967,33 ໂດລາສະຫະລັດ/ຄົນ/ປີ, ໂຄງປະກອບດ້ານເສດຖະກິດ ໃນນັ້ນ ລວມຍອດຜະລິດຕະພັນກະສິກໍາແລະປ່າໄມ້:ກວມ 37,09%; ລວມຍອດຜະລິດຕະພັນອຸດສາຫະກໍາ ກວມ 19,97% ແລະ ລວມຍອດຜະລິດຕະພັນບໍລິການ ກວມ 42,94%. ພ້ອມທັງສະເໜີຕໍ່ທ່ານນາຍົກ ໃຫ້ຊ່ວຍຊຸກຍູ້ໂຄງການກໍ່ສ້າງຕ້ານຕາຝັ່ງເຈື່ອນລຽບຕາມຊາຍແດນແມ່ນໍ້າຂອງ ຢູ່ຂົງເຂດເມືອງຫ້ວຍຊາຍ ແຂວງບໍ່ແກ້ວ, ຊ່ວຍຊຸກຍູ້ ແລະ ຊີີນໍາກະຊວງທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດ ໂຄງການກໍ່ສ້າງທາງດ່ວນ ຫ້ວຍຊາຍ-ບໍ່ເຕ່ນ ຄວາມຍາວ 181 ກມ ເພື່ອອໍານວຍຄວາມສະດວກໃຫ້ສັງຄົມ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດໂດຍໄວ, ສະເໜີໂຄງການກໍ່ສ້າງເສັ້ນທາງປູຢາງແຕ່ບ້ານປຸ່ງ, ເມືອງຫ້ວຍຊາຍ ຫາເມືອງເມິງ ຄວາມຍາວ 85 ກິໂລແມັດ, ສະເໜີທາງກະຊວງການເງິນຄວນມີນະໂຍບາຍໃຫ້ທ້ອງຖິ່ນໃນການແກ້ໄຂລົດເຖື່ອນ, ຜ່ານມາທາງແຂວງ, ທາງເມືອງ ເປັນຜູ້ຍຶດໄດ້ ແຕ່ເວລາປະມູນຂາຍ ແມ່ນເອົາເງິນເຂົ້າງົບປະມານບ້ວງສູນກາງໝົດ ຄວນແບ່ງເອົາເຂົ້າງົບປະມານຂອງແຂວງ, ຂອງເມືອງ ຈໍານວນໜຶ່ງເພື່ອເປັນການກະຕຸກຊຸກຍູ້ທ້ອງຖິ່ນ, ສະເໜີທາງກະຊວງສາຍຕັ້ງ ເພີີມທະວີຊ່ວຍໃນການປະສານງານກັບເບືີອງໄທ ກ່ຽວກັບການກໍ່ສ້າງລະບົບປ້ອງກັນຕ່າຝັ່ງເຈືີອນເບືີອງປະ ເທດໄທ ທີ່ເຫັນວ່າລາມອອກມາຈາກແຄມຕາຝັ່ງຫຼາຍເຮັດໃຫ້ແລວນໍ້າຂອງມີການປ່ຽນແປງ.

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍ່ໄດ້ຍ້ອງຍໍຊົມເຊີຍການນໍາອົງຄະນະພັກແຂວງ ທີ່ພ້ອມກັນຈັດຕັ້ງປະຕິບັດວຽກງານແຕ່ລະຄົງເຂດສາມາດບັນລຸຜົນ, ເຮັດໃຫ້ເສດຖະ ກິດມີການຂະຫຍາຍຕົວ. ເຊິ່ງມີຫຼາຍບັນຫາທີ່ລັດຖະບານ ແລະ ທ້ອງຖິ່ນ ຈະໄດ້ພ້ອມກັນປັບປຸງ, ຊຸກຍູ້ ແລະ ແກ້ໄຂ ເປັນຕົ້ນແມ່ນບັນຫາເສດຖະກິດ, ການເງິນ, ຊຸກຍູ້ສົ່ງເສີມ ແລະ ຍູ້ແຮງການຜະລິດຂອງປະຊາຊົນ ໃຫ້ຫຼາຍກາຍເປັນສິນຄ້າ ໂດຍການຫັນຜະລິດແບບກະສິກໍາ ໃຫ້ກາຍເປັນການຜະລິດແບບອຸດສາຫະກໍາ ແລ້ວສົ່ງອອກໂດຍນໍາໃຊ້ເຕັກນິກວິທະຍາສາດ, ຄວບຄຸຸມ, ຄຸ້ມຄອງບັນຫາເງິນຕາໃຫ້ເຂົ້າສູ່ລະບົບ, ຕິດພັນກັບການຄຸ້ມຄອງລາຄາສິນຄ້າ, ເອົາໃຈໃສ່ຄຸ້ມຄອງການຄ້າຊາຍແດນ, ການຜະລິດສົ່ງອອກ-ນໍ້າເຂົ້າ, ການບໍລິການ ໃຫ້ປະຕິບັດຕາມລະບຽບການ, ພ້ອມທັງຕິດຕາມກວດກາບັນດາໂຄງການລົງທຶນຕ່າງໆ ໃຫ້ເຂົ້າສູ່ລະບຽບການ, ຈັດສັນອາຊີບ ແລະ ບ່ອນທໍາການຜະລິດໃຫ້ປະຊາຊົນໃຫ້ແທດເໝາະກັບສະພາບຕົວຈິງ ດ້ວຍການສົ່ງເສີມປະຊາຊົນປູກພືດ ແລະ ຕົ້ນໄມ້ອຸດສາຫະກໍາ ເພື່ອສົ່ງເສີມໃຫ້ປະຊາຊົນມີອາຊີບທີ່ໝັ້ນຄົງ.

#MediaLaos Bokeo ໂດຍ: ນ ຄໍາມ່ວນ ແກ້ວດວງຕາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments