Home ແຈ້ງການສໍາຄັນ ສະພາບອາກາດ ວັນທີ 06 ກຸມພາ 2024

ສະພາບອາກາດ ວັນທີ 06 ກຸມພາ 2024

0
110

ສະພາບອາກາດ ເຊົ້າວັນທີ 06 ກຸມພາ 2024, ຄວາມກົດດັນສູງຂອງ ອາກາດເຢັນມີກໍາລັງອ່ອນ ຍັງຈະສຶບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ, ສົມທົບກັບກະແສລົມຕາເວັນຕົກພັດປົກຄຸມ. ຊຶ່ງຈະເຮັດ ໃຫ້ອາກາດຍັງຈະເຢັນ ຫາ ໜາວເຢັນໃນຕອນເຊົ້າ ພ້ອມມີໝອກບາງ ປົກຫຸ້ມຢູ່ທົ່ວໄປ ແລະ ມີໝອກໜາປົກຫຸ້ມຢູ່ບາງທ້ອງຖິ່ນແຂວງ ພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ, ສ່ວນແຂວງ ພາກກາງ ແລະ ພາກໃຕ້ ອາກາດຮ້ອນໃນຕອນບ່າຍ ແລະ ຍັງຈະມີຝົນຕົກ ໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນຕື່ມອີກ.

ສໍາລັບ ນະຄອນຫລວງວຽງຈັນ ອາກາດເຢັນໃນຕອນເຊົ້າ ພ້ອມມີໝອກ ບາງປົກຫຸ້ມຢູ່ບາງບໍລິເວນ. ອຸນຫະພູມໃນລະຫວ່າງ 19-34 ອົງສາ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here