Sunday, September 8, 2024
Homeຂ່າວໜ້າໜຶ່ງທຫລ ສໍາເລັດການເປັນເຈົ້າພາບ ແລະ ປະທານຮ່ວມກອງປະຊຸມລະດັບໜ່ວຍງານວຽກງານຂະແໜງການເງິນ-ການທະນາຄານ ອາຊຽນ+3 ຄັ້ງທີ 1, ທີ່ ນະຄອນຫຼວງພະບາງ

ທຫລ ສໍາເລັດການເປັນເຈົ້າພາບ ແລະ ປະທານຮ່ວມກອງປະຊຸມລະດັບໜ່ວຍງານວຽກງານຂະແໜງການເງິນ-ການທະນາຄານ ອາຊຽນ+3 ຄັ້ງທີ 1, ທີ່ ນະຄອນຫຼວງພະບາງ

ໃນລະຫວ່າງວັນທີ 25-26 ມັງກອນ 2024 ທີ່ຜ່ານມາ. ສປປ ລາວ (ກະຊວງການເງິນ ແລະ ທະນາຄານແຫ່ງ ສປປ ລາວ) ໄດ້ສໍາເລັດການເປັນເຈົ້າພາບ ແລະ ປະທານຮ່ວມ ກັບ ສ.ເກົາຫຼີ (ກະຊວງການເງິນ ແລະ ທະນາຄານກາງ) ຈັດກອງປະຊຸມລະດັບໜ່ວຍງາອາຊຽນ+3 (10 ປະເທດອາຊຽນ, ສປ. ຈີນ ແລະ ເຂດປົກຄອງພິເສດຮົງກົງ ສປ. ຈີນ, ຍີ່ປຸ່ນ ແລະ ສ. ເກົາຫຼີ) ຄັ້ງທີ 1 ທີ່ນະຄອນຫຼວງພະບາງ.

ກອງປະຊຸມໜ່ວຍງານອາຊຽນ+3 ຄັ້ງນີ້ ເປັນກອງປະຊຸມຄັ້ງທໍາອິດພາຍໃຕ້ການເປັນປະທານອາຊຽນ 2024 ຂອງ ສປປ ລາວ ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ແພງສີ ແພງເມືອງ, ຫົວໜ້າກົມຮ່ວມມືສາກົນ, ມີຜູ້ແທນຈາກບັນດາ ກະຊວງການເງິນ ແລະ ທະນາຄານກາງ ອາຊຽນ+3 ພ້ອມທັງຕາງໜ້າຈາກອົງການຈັດຕັ້ງສາກົນເຊັ່ນ: ອົງການຕິດຕາມເສດຖະກິດມະຫາພາກອາຊຽນ+3 (AMRO), ກອງເລຂາອາຊຽນ (ASEC) ແລະ ທະນາຄານພັດທະນາອາຊີ (ADB) ແລະ ທະນາຄານໂລກ (WB).

ກອງປະຊຸມໄດ້ປຶກສາຫາລື ແລະ ແລກປ່ຽນທັດສະນະໃນຫຼາຍບັນຫາສໍາຄັນກ່ຽວກັບວຽກງານການສ້າງຄວາມເຂັ້ມແຂງໃຫ້ແກ່ການຮ່ວມມືຂະແໜງການເງິນໃນພາກພື້ນ ເປັນຕົ້ນແມ່ນ ການຄົ້ນຄວ້າເຄື່ອງມືການສະໜອງທຶນການເງິນພາກພື້ນ (Regional Financing Arrangement) ເພື່ອກະກຽມຄວາມພ້ອມໃນເວລາເກີດວິກິດການທາງເສດຖະກິດ-ການເງິນ; ການຍົກລະດັບຄວາມເຂັ້ມແຂງໃຫ້ແກ່ກອງທຶນ CMIM ປະກອບມີ: ການທົບທວນຄືນສັນຍາ CMIM ແລະ ຄູ່ມືການຈັດຕັ້ງປະຕິບັດສັນຍາດັ່ງກ່າວ, ລວມທັງທົບທວນບັນດາອັດຕາດອກເບ້ຍຂອງກອງທຶນ CMIM ເພື່ອຮອງຮັບໃຫ້ແກ່ການກູ້ຢືມກອງທຶນ CMIM ໃນເວລາປະເທດສະມາຊິກໃດໜຶ່ງເກີດວິກິດການທາງການເງິນ. ພ້ອມນີ້, ກໍໄດ້ລົງເລິກທົບທວນຂະບວນການເຮັດການທົດລອງກູ້ຢືມ ແລະ ການກໍານົດປະເທດອາສາສະໝັກເປັນຜູ້ຂໍກູ້ກອງທຶນ CMIM ເພື່ອໃຫ້ສາມາດຮັບຮູ້ເຖິງຄວາມພ້ອມຂອງປະເທດສະມາຊິກຕໍ່ກັບກົນໄກການຈັດຕັ້ງປະຕິບັດການກູ້ຢືມ; ການສ້າງຄວາມເຂັ້ມແຂງໃນການຕິດຕາມສະພາບເສດຖະກິດມະຫາພາກຂອງພາກພື້ນອາຊຽນ+3 ຂອງອົງການ AMRO ໃນນາມເປັນກອງເລຂາໃຫ້ແກ່ອາຊຽນ+3 ລວມທັງການຄຸ້ມຄອງອົງກອນ ແລະ ການຍົກລະດັບຄວາມສາມາດໃຫ້ແກ່ພະນັກງານພາຍໃນອົງກອນ; ວຽກງານການສະໜອງທຶນເພື່ອຫຼຸດຜ່ອນການເກີດໄພພິບັດທາງທໍາມະຊາດ; ແລະ ວຽກງານຂໍ້ລິເລີ່ມຕະຫຼາດພັນທະບັດອາຊີ (ABMI) ເພື່ອສົ່ງເສີມການອອກພັນທະບັດເປັນສະກຸນເງິນທ້ອງຖິ່ນ ແລະ ການອອກພັນທະບັດສີຂຽວຂອງອາຊຽນ+3.

ກອງປະຊຸມໜ່ວຍງານອາຊຽນ+3 ຄັ້ງນີ້ ໄດ້ສໍາເລັດຢ່າງຈົບງາມ ທ່າມກາງການປະກອບຄໍາເຫັນຂອງປະເທດສະມາຊິກຢ່າງຟົດຟື້ນ ໂດຍສະເພາະແຜນທິດທາງຂອງແຕ່ລະໜ້າວຽກ ເພື່ອສືບຕໍ່ປຶກສາຫາລືໃນກອງປະຊຸມໜ່ວຍງານອາຊຽນ+3 ຄັ້ງທີ 2 ທີ່ຈະໄດ້ຈັດຂຶ້ນໃນເດືອນກຸມພາ 2024 ທີ່ ສ. ເກົາຫຼີ. ກອງປະຊຸມຍັງໄດ້ຮັບຄໍາຊົມເຊີຍຈາກບັນດາປະເທດສະມາຊິກ ໃນການເປັນເຈົ້າພາບ ແລະ ປະທານຮ່ວມກອງປະຊຸມໄດ້ເປັນຢ່າງດີຂອງ ສປປ ລາວ ເຮັດໃຫ້ກອງປະຊຸມສາມາດບັນລຸຕາມຄາດໝາຍທີ່ວາງໄວ້.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments