Home ແຈ້ງການສໍາຄັນ ສະພາບອາກາດ ວັນທີ 01 ກຸມພາ 2024

ສະພາບອາກາດ ວັນທີ 01 ກຸມພາ 2024

0

ສະພາບອາກາດ ເຊົ້າວັນທີ 01 ກຸມພາ 2024, ຄວາມກົດດັນສູງ ຂອງອາກາດເຢັນຈະອ່ອນກໍາລັງລົງຕື່ມອີກ ຈະປົກຄຸມຢູ່ທົ່ວທຸກພາກ ຂອງປະເທດລາວດ້ວຍກໍາລັງອ່ອນ, ສົມທົບກັບລົມຕາເວັນຕົກ ພັດປົກ ຄຸມພາກເໜືອ ແລະ ລົມຕາເວັນອອກ ພັດປົກຄຸມພາກກາງ ລົງຫາ ພາກໃຕ້. ຊຶ່ງຈະເຮັດໃຫ້ອາກາດຍັງຈະໜາວເຢັນ ພ້ອມມີໝອກໜາ ປົກຫຸ້ມໃນຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດ ພູພຽງບໍລະເວນ. ສ່ວນແຂວງພາກກາງ ແລະ ພາກໃຕ້ ອາກາດຍັງຈະເຢັນ, ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີລົມພັດແຮງຢູ່ບາງທ້ອງຖິ່ນ.

ສໍາລັບນະຄອນຫລວງວຽງຈັນ ອາກາດເຢັນ ພ້ອມມີໝອກບາງ ປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ຈະມີລົມພັດແຮງຢູ່ບາງບໍລິເວນ. ອຸນຫະພູມໃນລະຫວ່າງ 19-33 ອົງສາ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version